ງານວາງສະແດງສາກົນເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ ຄັ້ງທີ 10

(VOVWORLD) -ຈຸດໃໝ່ຂອງງານວາງສະແດງຄັ້ງນີ້ ແມ່ນສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມກັບບັນດາປະເທດໃນຂົງເຂດເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ.
ງານວາງສະແດງສາກົນເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ ຄັ້ງທີ 10 - ảnh 1(ພາບປະກອບ)

ຕອນເຊົ້າວັນທີ 09 ພຶດສະພາ, ຢູ່ສູນການຄ້າ ແລະ ວາງສະແດງໄຊງ່ອນ, ເມືອງ 7 (ນະຄອນໂຮ່ຈີມິນ), ສູນໃຫ້ຄຳປຶກສາ-ເຕັກໂນໂລຢີສິ່ງແວດລ້ອມ, ບໍລິສັດຫຸ້ນສ່ວນຈັດເຫດການ ແລະ ງານຕະຫຼາດນັດທົ່ວໂລກ, ຫໍປະຊຸມ ແລະ ຈັດງານວາງສະແດງ Bussan - ສ.ເກົາຫຼີ ໄດ້ສົມທົບກັນຈັດຕັ້ງງານວາງສະແດງສາກົນກ່ຽວກັບເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ ຄັ້ງທີ 10.

        ໂດຍໄດ້ດຳເນີນແຕ່ວັນທີ 9 – 11 ພຶດສະພາ, ງານວາງສະແດງສາກົນ ກ່ຽວກັບເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ ຄັ້ງທີ 10 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດ 120 ແຫ່ງ, ດ້ວຍຮ້ານວາງສະແດງ 160 ຮ້ານ. ຈຸດໃໝ່ຂອງງານວາງສະແດງຄັ້ງນີ້ ແມ່ນສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມກັບບັນດາປະເທດໃນຂົງເຂດເຕັກໂນໂລຢີສິ່ງແວດລ້ອມ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ