ງານວາງສະແດງຮູບຖ່າຍ, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ ບັນດາຫລັກຖານປະຫວັດສາດ”

ງານວາງສະແດງຮູບຖ່າຍ, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ ບັນດາຫລັກຖານປະຫວັດສາດ” - ảnh 1
(ງານວາງສະ​ແດງ​ຮູບຖ່າຍ, ​ເອກະສານ “ຮ່ວາງ​ຊາ, ​
ເຈື່ອງ​ຊາຂອງ​ຫວຽດນາມ ບັນດາ​ລັກ​ຖານ​ປະຫວັດສາດ”)

(vovworld) –  ວັນ​ທີ 17/06, ຢູ່​ນະຄ​ອນທ໋າຍບິ່ງ, ​ແຂວງ​ທ໋າຍບິ່ງ, ​ໄດ້​ຈັດ​ງານ​ວາງສະ​ແດງຮູບ​ຖ່າຍ, ​ເອກະສານ, ​ແຜນ​ທີ​ດ້ວຍ​ຫົວ​ຂໍ້ “ຮ່ວາງ​ຊາ, ​ເຈື່ອງ​ຊາຂອງ​ຫວຽດນາມ ບັນດາ​ຫລັກ​ຖານ​ປະຫວັດສາດ”. ງານ​ວາງສະ​ແດງ​ໄດ້​ແນະນຳ​ໃຫ້​ມວນ​ຊົນ​ບັນດາ​ເອກະສານ, ຮູບ​ຖ່າຍ, ບັນດາ​ຟິມຮູບ​ເງົາ​ເອກະສານ​ເຊິ່ງ​ແມ່ນ​ຫຼັກ​ຖານ​ປະຫວັດສາດ, ພື້ນຖານ​ດ້ານ​ກົດໝາຍ​ທີ່​ແທ້​ຈິງ, ພາວະ​ວິ​​ໄສ ຢັ້ງຢືນອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ຜ່ານ​ນັ້ນປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຂົ້າ​ໃນ​ການ​ຊີ້​ນຳ ນຳພາ​ຂອງ​ພັກ, ລັດ​ສຳລັບ 2 ໜ້າ​ທີ່​ຍຸດ​ທະ​ສາດ​ແມ່ນ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ພ້ອມ​ທັງ​ຢືນຢັນ​​ເຈດ​ຈຳນົງ​ຕັດສິນ​ໃຈ, ຈິດ​ໃຈ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ