ງານວາງສະແດງຮູບຖ່າຍກ່ຽວກັບຜົນງານປ່ຽນໃໝ່ຂອງຫວຽດນາມຢູ່ອີຢິບ
ງານວາງສະແດງ “ຜົນງານປ່ຽນໃໝ່ຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ອີຢິບ”
(ພາບ: Nguyễn Trường/TTXVN)
|
(vovworld) – ສະຖານທູດ ຫວຽດນາມ ປະຈຳ ອີຢິບ ຫາກໍ່ຈັດຕັ້ງສັບປະດາວາງສະແດງຮູບຖ່າຍດ້ວຍຫົວຂໍ້ວ່າ “ຜົນງານປ່ຽນໃໝ່ຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ອີຢິບ”. ສັບປະດາວາງສະແດງຮູບພາບດຳເນີນຮອດວັນທີ 6/3, ໄດ້ນຳມາວາງສະແດງຮູບຖ່າຍ 60 ແຜ່ນເຊິ່ງແນະນຳກ່ຽວກັບ ຫວຽດນາມ ໂດຍທ່ານ Yusef Mazhar, ກຳມະການສະພາການທູດ ອີຢີບ, ພ້ອມທັງແມ່ນແຂກທ່ອງທ່ຽວເພື່ອທີ່ຮັກແພງຂອງ ຫວຽດນາມ, ປະຕິບັດໃນການທ່ອງທ່ຽວ ຫວຽດນາມ ໃນທ້າຍປີ 2015. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂດ໋ຮ່ວາງລອງ ເນັ້ນໜັກວ່າ: ດ້ວຍຄວາມຮັກແພງພິເສດທີ່ສະຫງວນໃຫ້ ຫວຽດນາມ ນັ້ນ, ທ່ານ Mazhar ໄດ້ຖ່າຍເອົາຮູບທີ່ມີລັກສະນະສິລະປະສູງກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ຜ່ານນັ້ນແນະນຳກັບເພ່ືອນມິດສາກົນເວົ້າລວມ ແລະ ປະຊາຊົນ ອີຢິບ ເວົ້າສະເພາະກ່ຽວກັບຊາວ ຫວຽດນາມ ວິລະຊົນ ແລະ ມີຈິດໃຈຮັກແພງແຂກ.