ງານວາງສະແດງຮູບຖ່າຍ“ເພື່ອທະເລ,ໝູ່ເກາະຂອງບ້ານເກີດເມືອງນອນ”ຢູ່Voronezh,ສະຫະພັນລັດເຊຍ

ງານວາງສະແດງຮູບຖ່າຍ“ເພື່ອທະເລ,ໝູ່ເກາະຂອງບ້ານເກີດເມືອງນອນ”ຢູ່Voronezh,ສະຫະພັນລັດເຊຍ  - ảnh 1
ງານວາງສະແດງຮູບຖ່າຍ“ເພື່ອທະເລ,ໝູ່ເກາະຂອງບ້ານເກີດເມືອງນອນ”
ຢູ່Voronezh,ສະຫະພັນລັດເຊຍ

(vovworld) – ​​ແຕ່​ວັນ​ທີ 25 – 31/5, ຢູ່​ສູນ​ການ​ຄ້າ Ostuzheva, ​ທີ່​ນະ​ຄອນ Voronezh, ສະ​ຫະ​ພັນ​ລັດ​ເຊຍ, ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ “ເພື່ອ​ທະ​ເລ, ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ”. ງານ​ວາງ​ສະ​ແດງ​ໄດ້​​ແນະນ​ຳ​ຮູບ​​ຖ່າຍ ແລະ ຮູບ​ປຸກ​ລະ​ດົມ 100 ແຜ່ນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທະ​ຫານ, ປະ​ຊາ​ຊົນ​ໝູ່​ເກາະ ເຈື່ອງ​ຊາ, ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ່ຽວ​ຄວາມ​ງາມ​ຂອງ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຜູ້​ແທນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ນ​ເກາະ ເຈື່ອງ​ຊາ ປີ 2015. ທ່ານ ຟ້າມງອກ​ຈູງ, ປະ​ທານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Voronezh, ໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ “ເພື່ອ​ທະ​ເລ, ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ” ແມ່ນ​ລາຍ​ການ​ມີ​ຄວາມ​ໝາຍ, ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ຖືກ​ຕ້ອງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ໄກຈາກ​ບ້ານ​ເກີ​ດ​ເມືອງນອນ ກຽວ​ກັບ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​​ແນະ​ນຳ​ເຖິງ​ໃຫ້​ທຸກ​ຄົນ​ບັນ​ດາ​ຮູ​ບ​ພາບ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ, ແບ່ງ​ປັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງກອງ​ທັບ, ປະ​ຊາ​ຊົນ​ຢູ່​ໝູ່​ເກາະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ​ໄດ້​ຮັບ​ຄວາມ​ສົນ​ໃຈ ແລະ ນ້ຳ​ໃຈ​ອັນ​ດີ​ງາມ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ແລະ ປະ​ຊາ​ຊົນ ລັດ​ເຊຍ.

                                     


ຂ່າວ/ບົດ​ອື່ນ