ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດ ອາເຊັກໄບຊານ

(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອາເຊັກໄບຊານ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບສະຖານທູດ ອາເຊັກໄບຊານ ປະຈຳຫວຽດນາມ ຈັດງານວາງສະແດງພາບຖ່າຍ “ໄກແຕ່ໃກ້” ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດປະເທດສ. ອາເຊັກໄບຊານ.

ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດ ອາເຊັກໄບຊານ - ảnh 1 ງານວາງສະແດງພາບຖ່າຍ “ໄກແຕ່ໃກ້”

(ພາບ: baotintuc.vn)

ກ່າວຄຳເຫັນໄຂພິທີ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອາເຊັກໄບຊານ ຫງຽມຫວູຂາຍ ຢືນຢັນວ່າ: ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ອາເຊັກໄບຊານ ໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍທົດສະວັດ. ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການພັດທະນາຢ່າງແຮງໃນຫຼາຍຂົງເຂດ. ງານວາງສະແດງ “ໄກແຕ່ໃກ້” ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ອາເຊັກໄບຊານ ເລິກເຊິ່ງກວ່າ, ພ້ອມທັງຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ 2 ປະເທດ. ງານວາງສະແດງ ລວມມີພາບຖ່າຍ 60 ແຜ່ນກ່ຽວກັບວັດທະນະທຳ, ເສດຖະກິດ, ສັງຄົມຂອງ 2 ປະເທດຫວຽດນາມ ແລະ ອາເຊັກໄບຊານ. ງານວາງສະແດງຖືກຈັດຂຶ້ນໃນລະຫວ່າງວັນທີ 25 – 27 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ