ງານວາງສະແດງ“ຮ່ວາງຊາ-ເຈື່ອງຊາຂອງຫວຽດນາມ”

ງານວາງສະແດງ“ຮ່ວາງຊາ-ເຈື່ອງຊາຂອງຫວຽດນາມ” - ảnh 1
ພິທີໄຂ​ງານ​ວາງສະ​ແດງ“ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ

(vovworld)- ​​ວັນ​ທີ 15/7 ຢູ່ ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ໄຂ​ງານ​ວາງສະ​ແດງ“ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດນາມ”. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຂອງ​ແຂວງ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ມີ​ຮູບ​ພາບ​ເອກະສານ​ກວ່າ 400 ​ແຜ່ນ​ໄ້ດນຳ​ວາງສະ​ແດງ​ຕາມ 5 ຫົວ​ເລື່ອງ​ສະ​ເພາະ​ຄື: ຮ່ວາງ​ຊາ-​ເຈື່ອງ​ຊາ​ຂອງ​ຫວຽດນາມ; ກຳລັງ​ແຮ​ງຂອງ​ທະຫານ​ເຮືອ​ປະຊາຊົນ​ຫວຽດນາມ, ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ; ທົ່ວ​ປະ​ເທດ​ມຸ່ງ​ໄປ​ສູ່ “ຮ່ວາງ​ຊາ - ​ເຈື່ອງ​ຊາ”; ຊາວ​ປະມົງ​ອອກ​ໄກຝັ່ງ​ຫາ​ປາປົກ​ປັກ​ຮັກສາ​ເຂດ​ທະ​ເລ,ໝູ່​ເກາະ​ຮ່ວາງ​ຊາ-​ເຈື່ອງ​ຊາ ​ແລະ ບັນດາ​ຖະ​ແຫລ​ງການຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ. ​ໃນ​ວັນ​ດຽວ​ກັນ​ຢູ່​ສູນ ວັນ​ມຽວ​ເຈີ​ນບຽນ ຢູ່​ແຂວງ ດົງ​ນາຍ ກໍ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນທີ່​ເດີມ100 ສະບັບ, ​​ຈົດໝາຍ, ເອກະສານ​​ເດີມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ,​ສ່ວນ​ບຸ​ກຄົນ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ ຢັ້ງຢືນ​ອະທິປະ​ໄຕ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ແມ່ນຂຶ້ນ​ກັບ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ