ງານວາງສະແດງຮວ່າງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານ ປະຫວັດສາດແລະນິຕິທຳ

ງານວາງສະແດງຮວ່າງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານ ປະຫວັດສາດແລະນິຕິທຳ - ảnh 1
ງານ​ວາງ​ສະ​ແດງ ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ
ແລະ ນິ​ຕິ​ທຳຂອງ​ໝູ່​ເກາະ​ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ
(ພາບ: nhandan)

(vovworld)- ​​​​ງານ​ວາງ​ສະ​ແດງ ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳຂອງ​ໝູ່​ເກາະ​ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 -18/1 ຢູ່​ນະ​ຄອນ​ລ້າງ​ເຊີນ. ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ​ທີ່​ນຳ​ມາ​ວາງ​ສະ​ແດງ​ໃນຄັ້ງ​ນີ້ ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ​​ທີ່​ໄດ້​ຮັບ​ເອົາ​ຢູ່​ພາຍ​ໃນ​ປ​ະ​ເທດ ແລະ ບັນ​ດາ​ປະ​ເທດ​ອື່ນ​ໃນ​ໂລກ, ໃນ​ນັ້ນ​ມີ​ທັງ ຮັບເອົາ​​ຈາກ​ປະ​ເທດ​ຈີນ, ປະ​ກອບ​ສ່ວນ​​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ​ໝູ່​ເກາະ​ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ ເພື່ອ​​ແນ​ໃສ່ຍົກ​ສູງນ້ຳ​ໃຈ​ສາ​ມັກ​ຄີ, ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​​ພາຍໃນ​ປະ​ເທດ ແລະ  ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​​ເຂົ້າໃນ​ພາ​ລະ​ກິດປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ພ້ອມ​ທັງ​ຊ່ວຍ​ໃຫ້​ເພື່ອນ​ມິດ​ສາ​ກົນ, ໃນ​ນັ້ນ​ມີ​ທັງ​ປະ​ຊາ​ຊົນ​ຈີນ ມີ​ຄວາມເຂົ້າ​ໃຈ​ໄດ້ເຖິງ​ຄວາມ​ຈິງ​ຂອງ​ປະ​ຫວັດ​ສາດ ແລະ ມີ​ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ມຸ່ງ​ໝາດ​ປາດ​ຖະ​ໜາ​​ອັນ​ຊອບທຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ໃນ​ພາກ​ພື້ນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ