ງານວາງສະແດງເອກະສານ “ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”
ງານວາງສະແດງເອກະສານ “ຮ່ວາງຊາ,ເຈືອງຊາຂອງຫວຽດນາມ
ບັນດາພະຍານຫຼັກຖານປະຫວັດສາດ”
(ພາບ: TTXVN)
(vovworld) - ວັນທີ 17/03, ຢູ່ເມືອງ ລາງແຈ໋ງ, ແຂວງແທງຮ໋ວາ, ພະແນກຖະແຫຼງຂ່າວ - ສື່ສານແຂວງແທງຮ໋ວາ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ລາງແຈ໋ງ ໄຂງານວາງສະແດງເຄື່ອນທີ່ແນະນຳເອກະສານ “ຮ່ວາງຊາ, ເຈືອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ”. ງານວາງສະແດງເຄື່ອນທີ່ໄດ້ແນະນຳວັດຖຸພັນ, ເອກະສານກວ່າ 200 ຢ່າງ, ແມ່ນພະຍານຫຼັກຖານປະຫວັດສາດ, ພື້ນຖານດ້ານກົດໝາຍສ່ວນໜຶ່ງທີ່ພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢູ່ທະເລຕາເວັນອອກ.
ງານວາງສະແດງດັ່ງກ່າວ ໄດ້ເປີດປະຕູ, ຮັບໃຊ້ປະຊາຊົນເມືອງ ລາງແຈ໋ງ ມາຢ້ຽມຊົມ, ຊອກຮູ້ ຮອດວັນທີ 20/03. ຫຼັງຈາກນັ້ນງານວາງສະແດງເຄື່ອນທີ່ສືບຕໍ່ໄດ້ຮັບການຈັດຕັ້ງຢູ່ບັນດາຫົວໜ່ວຍ, ທ້ອງຖິ່ນອື່ນໆໃນແຂວງຄື: ເມືອງບ໋າເຟື໋ອກ, ເກີມທຸຍ, ທ້ຽວຮ໋ວາ, ດົງເຊີນ ແລະ ມະຫາວິທະຍາໄລ ຮົ່ງດຶກ.