ງານວາງສະແດງເອກະສານຮ່ວາງຊາ-ເຈື່ອງຊາຢູ່ແຂວງແຄ໋ງຮ່ວາ

ງານວາງສະແດງເອກະສານຮ່ວາງຊາ-ເຈື່ອງຊາຢູ່ແຂວງແຄ໋ງຮ່ວາ - ảnh 1
ພິທີໄຂງານວາງສະແດງ
(ພາບ: tienphong.vn)

(vovworld) – ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ກອງທັບ​ເຮືອ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ”​ແຜນ​ທີ່​ ແລະ ​ເອກະສານ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ” ຢູ່​ເທດສະບານ​ເຈື່ອງ​ຊາ, ​ເມືອງ​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ. ງານ​ວາງສະ​ແດງ​ນີ້​ແນະນຳ​ແຜນ​ທີ 120 ​ແຜ່ນ ​ແລະ ​ເອກະສານ​ທີ່​ລວບ​ລວມ​ເອົາ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຊິ່ງ​ໄດ້​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢູ່​​ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຢ່າງ​ຈະ​ແຈ້ງ. ການ​ປຽບທຽບ​ບັນດາ​ເອກະສານ​ເຫຼົ່າ​ນັ້ນ ​ໄດ້​​ຢືນຢັນ​​ໃຫ້​ເຫັນ​ວ່າ, ບັນດາລັດ​ຫວຽດນາມ ​ໄດ້​ກຳນົດ ​ແລະ ປະຕິບັດ​ອະທິປະ​ໄຕ​ຂອງ​ຕົນ​ຢູ່​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ ຢ່າງ​ຄົບ​ຖ້ວນ, ຫາກ​ບໍ່​ຕ້ອງ​ປະສົບ​ກັບການ​ຄັດຄ້ານ ຫຼື​ການ​ພິພາດຈາກ​ປະ​ເທດ​ໃດໆ. ກ່ອນ​ນັ້ນ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ມອບ​ແຜນ​ທີ່ ​ແລະ ​ເອກະສານ​ຊຸດ​ໜຶ່ງ​ໃຫ້​ເກາະ​ນາມ​ອຽດ ​ແລະ ​ເກາະ​ຊິງ​ໂຕ່ນ. ທ່ານ ​ເລ​ວັນ​ງຽມ, ຫົວໜ້າ​ກົມ​ຖະ​ແຫຼ​ງການ​ຕ່າງປະ​ເທດ, ​ໃຫ້​ຮູ້​ວ່າ:

        ”ບັນດາ​ເອກະສານ​ນີ້​ໄດ້​ວາງສະ​ແດງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ຊ່ວຍ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຫວຽດນາມ ​ຢູ່​ເຂດ​ໝູ່​ເກາະ ມີ​ຄວາມ​ຮູ້​ຢ່າງ​ຄົບ​ຖ້ວນ ກ່ຽວ​ກັບ​ບັນດາ​ຫຼັກ​ຖານ​ປະຫວັດສາດ​ດ້ານ​ກົດໝາຍ​ຂອງ​ຫວຽດນາມ ​ໃນ​ການ​ຢັ້ງຢືນ​ອະທິປະ​ໄຕ​ສຳລັບ​ເກາະ​ທະ​ເລ, ຜ່ານ​ນັ້ນ​ເພີ່ມ​ກຳລັງ​ແຮງ​, ​ເຈດ​ຈຳນົງ​ຕັດສິນ​ໃຈ, ລະດົມຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ເປັນ​ທຳ​ຂອງ​ພວກ​ເຮົາ ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ”.

 

ຂ່າວ/ບົດ​ອື່ນ