ງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບ
ຮ່ວາງຊາ ແລະ ເຈື່ອງຊາ
ພາບ:baoquangninh.com
|
(vovworld) – ຕອນເຊົ້າວັນທີ 10/10 ຢູ່ ນະຄອນ ຮ້າລອງ, ກະຊວງຖະແຫລງຂ່າວ ແລະສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວ໋າງນີງ ໄດ້ຈັດຕັ້ງພິທີໄຂງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ- ບັນດາພະຍານຫລັກຖານປະຫວັດສາດ ແລະກົດໝາຍ. ບັນດາເອກະສານສະແດງໃຫ້ເຫັນວ່າ ບັນດາລັດຫວຽດນາມ ຈາກສະໄຫມສັກດີນາຕະຫລອດຮອດໄລຍະສັງຄົມນິຍົມປະຈຸບັນ ໄດ້ຂຸດຄົ້ນ, ຮັບຮູ້ ແລະ ປະຕິບັດການປົກປັກຮັກສາອະທິປະໄຕແຫ່ງຊາດສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແລະ ບັນດາໝູ່ເກາະອື່ນຂຶ້ນກັບເຂດນຳ້ແດນດິນຂອງຫວຽດນາມ. ງານວາງສະແດງໄດ້ແນະນຳບັນດາເອກະສານ,ສິ່ງພິມ ແລະ ແຜນທີ່ເກືອບ 100 ແຜ່ນ ແມ່ນການເຕົ້າໂຮມບັນດາແຫລ່ງເອກະສານທີ່ໄດ້ຮັບການປະກາດນັບແຕ່ກອ່ນມາຮອດປະຈຸບັນຂອງບັນດານັກຄົ້ນຄວ້າ, ນັກຮຽນຮູ້ພາຍໃນ ແລະ ສາກົນ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຢືນຢັນວ່າ:
“ງານວາງສະແດງຖືກຈັດຂຶ້ນດ້ວຍຈຸດປະສົງ ປະກອບສ່ວນຢືນຢັນຫລັກໝັ້ນເປັນທຳຂອງຫວຽດນາມ, ຍົກສູງຄວາມສາມັກຄີ ແລະ ສະຕິຄວາມຮັບຜິດຊອບຂອງປະຊາຊົນພາຍໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນກິດຈະກຳປົກປັກຮັກສາອະທິປະໄຕທະເລໝູ່ເກາະ. ງານວາງສະແດງກໍແມ່ນໂອກາດເພື່ອປະກອບສ່ວນສະຫນອງຂໍ້ມູນຂ່າວສານ ຊ່ວຍໃຫ້ເພື່ອນມິດສາກົນ, ໃນນັ້ນມີຊາວ ຈີນ ເຂົ້າໃຈຕື່ມອີກກ່ຽວກັບຄວາມຈິງປະຫວັດສາດ, ເຂົ້າໃຈກ່ຽວກັບຄວາມມຸ່ງຫວັງຂອງປະຊາຊົນໃນການຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ.”