(vovworld) - ງາມໂຮມຊຸມນຸມມິດຕິງຕອບສະໜອງວັນໂລກປອດຢາສູບຄືວັນທີ 31/5 ແລະ ສັບປະດາປອດຢາສູບແຫ່ງຊາດ ດ້ວຍຫົວຂໍ້ວ່າ “ການແຊກແຊງຂອງອຸສາຫະກຜະລິດຳຢາສູບຕໍ່ນະໂຍບາຍປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ”, ທີ່ດຳເນີນໃນຕອນເຊົ້າວັນທີ 24/5 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ງາມໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການການເມືອງ - ສັງຄົມ, ປະຊາຊົນທຸກຄົນຈົ່ງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງສາທາລະນະສຸກຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ ເພື່ອປ່ຽນແປງສະຕິຄວາມຮູ້ ແລະ ການກະທຳສູບຢາໃນວົງຄະນະຍາດໂດຍໄວ, ປະກອບສ່ວນຫຼຸດຜ່ອນຜົນຮ້າຍໂດຍຢາສູບກໍຂຶ້ນ, ສືບຕໍ່ສ້າງລະບົບນິຕິກຳກ່ຽວກັບການປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບໃຫ້ສົມບູນແບບນັບແຕ່ເວລາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ.
ຫວຽດນາມ ແມ່ນປະເທດມີຄວາມສ່ຽງຕໍ່ການຕິດພະຍາດ ແລະ ເສຍຊີວິດຍ້ອງຢາສູບສູງ ດ້ວຍຜູ້ເສຍຊີວິດກ່ວາ 40.000 ຄົນ/ປີ ແລະ ຄາດວ່າຕົວເລກນີ້ຈະເພີ່ມຂຶ້ນເຖິງ 70.000 ຄົນ/ປີໃນປີ 2030. ນອກຈາກນັ້ນແລ້ວ, ຈຳນວນຄົນທີ່ບໍໍ່ສູບຢາ 2/3, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍຕ້ອງຮັບຜົນສະທ້ອນຈາກຄັວນຢາສູບຢູ່ເຮືອນ, ສະຖານທີ່ເຮັດວຽກ ແລະ ສາທາລະນະ ເປັນປະຈຳ.