ງານໂຮມຊຸມນຸມສະເຫຼີມສະຫຼອງມູນເຊື້ອສຳພັນສູ້ຮົບ

ງານໂຮມຊຸມນຸມສະເຫຼີມສະຫຼອງມູນເຊື້ອສຳພັນສູ້ຮົບ - ảnh 1
ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ມູນ​ເຊື້ອ​ສຳພັນ​ສູ້​ຮົບ
(ພາບ: nhandan.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/12, ຢູ່ ບ້ານ​ດົງ, ​ເມືອງ ​ເຊ​ໂປ​ນ, ​ແຂວງສະຫວັນ​ນະ​ເຂດ ​ໄດ້​ດຳ​ເນີນງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ມູນ​ເຊື້ອ​ສຳພັນ​ສູ້​ຮົບ, ການ​ພົວພັນ​ແບບ​ພິ​ເສດ ​ແລະ ສະຫຼຸບ​ການ​ເສັງ ”ຊອກ​ຮູ້​ປະຫວັດ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ”. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ຫົວໜ້າ​ຄະນະ​ຊີ້​ນຳ​​ແຫ່ງ​ຊາດ, ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ, ຊີ້​ແຈ້ງວ່າ:

ງານໂຮມຊຸມນຸມສະເຫຼີມສະຫຼອງມູນເຊື້ອສຳພັນສູ້ຮົບ - ảnh 2
(ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ
ກ່າວ​ຄວາມ​ເຫັນ​ທີ່​ພິທີ)

”​ເຖິງ​ວ່າ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ປ່ຽນ​ແປງ​ກໍ່ຕາມ, ​ແຕ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ​ ຍາມ​ໃດ​ກໍ່​​ຮັບ​ການ​ປັບປຸງ ​ແລະ ມີ​ບາດກ້າວ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​, ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິ່ງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ດ້ວຍ​ຫຼາຍ​ຮູບ​ການ​ຮ່ວມ​ມື​ຢ່າງ​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ. ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ແສນ​ເຄົາລົບ​ຮັກ, ປະຊາຊົນ​ຫວຽດນາມ​ຕັດສິນ​ໃຈ ພ້ອມ​ກັບ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນ​ບໍລິສຸດ​ຜຸດ​ຜ່ອງ ​ແລະ ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ສືບ​ທອດ​ໃຫ້​ລຸ້ນຕໍ່ໆ​ໄປ”

ຂ່າວ/ບົດ​ອື່ນ