ຈີ7ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາສາກົນ

ຈີ7ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາສາກົນ - ảnh 1
ຈີ7ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາສາກົນ
(ພາບ: AFP/TTXVN )


​(vovworld) -  ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ອຸດສາຫະກຳ​ພັດທະນາ (ຈີ 7) ​ໄດ້​ປິດລົງ​ໃນ​ວັນ​ທີ 08/06, ພາຍຫຼັງ​ດຳ​ເນີນ​ມາເປັນ​ເວລາ​ 2 ວັນ ຢູ່​ທາງ​ທິດ​ໃຕ້​ປະເທດເຢຍລະມັນ, ຖະ​ແຫຼ​ງການ​ຮ່ວມທີ່​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຖະ​ແຫຼ​ງການ ຈີ 7 ​ໄດ​້​ເນັ້ນ​ໜັກ​ເຖິງ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນບົນ​ພື້ນຖານ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ລວມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາສິ່ງ​ທ້າ​ທາຍທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະ​ກິດ​ສາກົນ.  ຈີ 7 ກໍ່​ໃຫ້​ຄຳ​ໝັ້ນສັນຍາ​ຈະເຄົາລົບ​ບັນດາ​ຄຸນຄ່າ​ກ່ຽວ​ກັບ​ຄວາມ​ເສລີ​ປະຊາທິປະ​ໄຕ, ຂໍ້ກຳນົດ​ດ້ານກົດ​ໝາຍ, ຮັກສາ​ຄວາມ​ເສລີພາບ​, ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ກໍ່​ຄື​ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​​ໂລກ. ກ່ຽວ​ຂ້ອງ​ເຖິງ​ບັນດາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຖະ​ແຫຼ​ງການ​ຮ່ວມ ຈີ 7 ​ເນັ້ນ​ໜັກ​ວ່າ, ຕ້ອງ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລ​ ຕາມ​ກົດໝາຍ​ສາກົນ ກໍ່​ຄື​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ການ​ນຳ​ຈີ 7 ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ ກໍ່​ຄື​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ຂຸດ​ຄົ້ນ​ເສດຖະກິດ​ທະ​ເລ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ຈີ 7 ກໍ່​​ເດັດ​ດ່ຽວ​ຄັດຄ້ານ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ນາບ​ຂູ່, ບັງ​ຄັບ, ນຳ​ໃຊ້​ອາວຸດ ຫຼື ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​​ແນ​ໃສ່​ປ່ຽນ​ແປ​ງສະພາບ​ເດີມ​ຂອງ​ທະ​ເລຄື ​ເລື່ອງ​ເປີດ​ກວ້າງບັນດາ​​ເກາະ​ທຽມ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ