ຈັດກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວພາສາຝລັ່ງ ຢູ່ຫວຽດນາມ
(ກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວພາສາຝລັ່ງ ຢູ່ຫວຽດນາມ)
(vovworld) - ຕອນເຊົ້າວັນທີ 05/03, ຢູ່ສຳນັກງານຫ້ອງການອົງການຈັດຕັ້ງສາກົນໃຊ້ພາສາຝລັ່ງ ພາກພື້ນອາຊີປາຊີຟິກ ປະຈຳຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຂ່າວກ່ຽວກັບການກະກຽມບັນດາໂຄງການເຄື່ອນໄຫວຢູ່ຫວຽດນາມ ເນື່ອງໃນໂອກາດວັນສາກົນໃຊ້ພາສາຝລັ່ງ ຄືວັນທີ 20/03. ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານນາງ Anissa Barak, ຜູ້ອຳນວຍການຫ້ອງການຈັດຕັ້ງສານກົນໃຊ້ພາສາຝລັ່ງ ພາກພື້ນອາຊີປາຊີຝີກ ໄດ້ແນະນຳບັນດາລາຍການວັດທະນະທຳ, ສິລະປະ ພົບປະແລກປ່ຽນພິເສດໃນໂອກາດສະເຫຼີມສະຫຼອງວັນສາກົນໃຊ້ພາສາຝລັ່ງ ປີ 2014 ດ້ວຍການເຂົ້າຮ່ວມບັນດາບັນດານັກສິລະປີນ ຈາກບັນດາປະເທດສະມາຊິກປະຊາຄົມໃຊ້ພາສາຝລັ່ງ ປະຈຳຫວຽດນາມ. ຈຸດປະສົງຂອງບັນດາລາຍການແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາຂອງພາສາຝລັ່ງເວົ້າສະເພາະ, ກໍ່ຄືການພັດທະນາຂອງປະຊາຄົມໃຊ້ພາສາຝລັ່ງເວົ້າລວມ. ທີ່ການປະຊຸມຂ່າວ, ທ່ານ ຫວູແອງກວາງ, ຮອງຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແນະນຳການເຄື່ອນໄຫວຕ່າງໆຂອງຫວຽດນາມ ເນື່ອງໃນໂອກາດນີ້ ພ້ອມທັງຕີລາຄາສູງການສະໜັບສະໜູນ, ການຮ່ວມມືຂອງອົງການສາກົນໃຊ້ພາສາຝລັ່ງ ໃນໄລຍະຜ່ານມາທີ່ມີຕໍ່ຫວຽດນາມ. ຕາມທ່ານ ຫວູແອງກວາງ ແລ້ວ ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວໃຊ້ພາສາຝລັ່ງຢູ່ຫວຽດນາມ ຢ່າງສຳເລັດຜົນ ກໍ່ຄືບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ ກັບອົງການສາກົນໃຊ້ພາສາຝລັ່ງ.