ພັນທະບັດລັດຖະບານຍາມໃດກໍແມ່ນສິ່ງດຶງດູດນັກລົງທຶນ
(ພາບ: baohaiquan.vn)
Vovworld- ວັນທີ 27 ກຸມພາ, ສູນບໍລິການທະນາຄານແຫ່ງລັດຫວຽດນາມ ໄດ້ຈັດການປະມູນພັນທະບັດລັດຖະບານຄັ້ງທີ 3 ປີ 2012. ພັນທະບັດລັດຖະບານ ໄດ້ຮັບການປະມູນດ້ວຍຊື່ເອີ້ນວ່າ “ ທະນາບັດຄັງເງິນ” ໂດຍຈຳໜ່າຍດ້ວຍສະກູນເງິນດົງຂອງຫວຽດນາມ. ນີ້ແມ່ນພັນທະບັດລັດຖະບານ ປະເພດໜຶ່ງທີ່ມີແບບວິທີການປະມູນໂດຍແກ່ງແຍ້ງກ່ຽວກັບອັດຕາດອກເບັ້ຍດ້ວຍອັດຕາແກ່ງແຍ້ງດອກເບັ້ຍ 0%. ຍອດຈຳນວນທະນາບັດທີ່ເຂົ້າຮ່ວມການປະມູນຄັ້ງນີ້ລວມມຸນຄ່າ 1.000 ຕື້ດົງ, ມີກຳນົດເວລາປີໜຶ່ງ. ພາຍຫຼັງຈັດການປະມູນພັນທະບັດລັດຖະບານ, ວັນທີ 29 ກຸມພາຈະຈັດຈຳໜ່າຍ ແລະກຳນົດວັນ ຊຳລະພັນທະບັດ ແມ່ນ 27 ກຸມພາ ປີ 2013. ກ່ອນໜ້ານັ້ນ, ຄືໃນວັນທີ 13 ກຸມພາ ແລະ ວັນທີ 20 ກຸມພາ, ທະນາຄານແຫ່ງລັດຫວຽດນາມໄດ້ຈັດການປະມູນພັນທະບັດລັດຖະບານຄັ້ງທີ 1 ແລະ ທີ 2 ປີ 2012 ດ້ວຍຈຳນວນທະນາບັດເຂົ້າຮ່ວມການປະມູນແຕ່ລະຄັ້ງມີມຸນຄ່າ 1.000 ຕື້ດົງ.