ຈັດການພົບປະກັບບັນດານັກຂ່າວຕ່າງປະເທດປະຈຳຫວຽດນາມ ໃນໂອກາດຕົ້ນປີໃໝ່
ການພົບປະກັບບັນດານັກຂ່າວຕ່າງປະເທດ
ປະຈຳຫວຽດນາມ ໃນໂອກາດຕົ້ນປີໃໝ່
(ພາບ: baomoi.com)
(vovworld) – ຕອນຄໍ່າວັນທີ 29/01, ເນື່ອງໃນໂອກາດບຸນປິໃໝ່ປະຈຳຊາດ 2015, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະຕົ້ນປີໃໝ່ກັບບັນດານັກຂ່າວຕ່າງປະເທດປະຈຳຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມມິງຄອຍ ໄດ້ຕີລາຄາສູງການຮ່ວມມືຂອງບັນດານັກຂ່າວສາກົນ ປະຈຳຫວຽດນາມ, ບັນດາອົງການຕາງໜ້າຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງປະເທດປະຈຳຫວຽດນາມ ໃນການໃຫ້ຂ່າວ, ພາບພົດຢ່າງແທດຈິງກ່ຽວກັບປະເທດຫວຽດນາມ ທີ່ສັນຕິພາບ, ປ່ຽນໃໝ່, ຊາດຫວຽດນາມ ອົງອາດກ້າແກ່ນເຖິງປະຊາຊົນໂລກ. ທ່ານ ຟ້າມມິງຄອຍ ເນັ້ນໜັກວ່າ, ປີ 2015 ຫວຽດນາມ ຈັດການສະເຫຼີມສະຫຼອງສຳຄັນຫຼາຍຢ່າງ ແລະ ປີ 2015 ກໍ່ແມ່ນປີສ້າງຕັ້ງປະຊາຄົມອາຊຽນ, ໃນນັ້ນ, ຫວຽດນາມແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ. ໃນສະພາບການນັ້ນ, ຫວຽດນາມ ຈະສືບຕໍ່ຢືດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ; ຢືດໝັ້ນທິດທາງປົກປັກຮັກສາຜົນປະໂຫຍດແຫ່ງຊາດ.