ຈັດຕັ້ງການຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ,ນັກຮົບ,ປະຊາຊົນໝູ່ເກາະນາມຢູ
ຈັດຕັ້ງການຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ,
ນັກຮົບ, ປະຊາຊົນໝູ່ເກາະນາມຢູ
(ພາບ: baovinhlong.com.vn)
(vovworld) - ວັນທີ 09/01, ຄະນະປະຕິບັດງານຂອງກອງບັນຊາການທະຫານເຮືອເຂດ 5, ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ແລະ ນັກຂ່າວຂອງບັນດາສຳນັກຂ່າວສານ, ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ໄດ້ໄປໝູ່ເກາະນາມຢູ ຂຶ້ນກັບເມືອງ ກຽນຫາຍ, ແຂວງກຽນຢາງ, ເພື່ອຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່ພະນັກງານ, ນັກຮົບ, ປະຊາຊົນຢູ່ທີ່ນີ້. ຄະນະປະຕິບັດງານໄດ້ພົບປະ, ຢື້ຢາມຖາມຂ່າວຊີວິດການເປັນຢູ່, ວຽກງານ ແລະ ມອບຂອງຂວັນປີໃໝ່ໃຫ້ອຳນາດການປົກຄອງບັນດາຕາແສງ ອານເຊີນ, ນາມຢູ ແລະ ປ້ອມປ້ອງກັນຊາຍແດນ 742, ສະຖານີຣາດາ 600… ຮ້ອຍເອກ ດິງວັນຟອງ, ຫົວໜ້າສະຖານີຣາດາ 600 ໃຫ້ຮູ້ວ່າ.
“ໃນໂອກາດບຸນປີໃໝ່ປີລະກາ, ນອກຈາກມາດຕາທີ່ກຳນົດແລ້ວ, ກົມກອງຍັງໄດ້ຫັກເງິນຈາກກອງທຶນຜະລິດໃຫ້ທະຫານແຕ່ລະຄົນ ຢ່າງໜ້ອຍສຸດແມ່ນ 1 ລ້ານດົ່ງ ເພື່ອຊື້ເຄື່ອງຂອງຕ້ອນຮັບປີໃໝ່. ສວນຜັກ, ໝາກໄມ້ ແລະ ຜະລິດຕະພັນຈາກສັດລ້ຽງຂອງກົມກອງພວກຂ້າພະເຈົ້າແມ່ນຮັບປະກັນຮັບໃຊ້ບຸນປີໃໝ່ໄດ້ໂດຍພື້ນຖານ”.