ຈັດຕັ້ງງານພົບປະສ້າງສັນກັບບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ ເນື່ອງໃນໂອກາດບຸນປີໃໝ່ ປີມະເມຍ 2014

ຈັດຕັ້ງງານພົບປະສ້າງສັນກັບບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ ເນື່ອງໃນໂອກາດບຸນປີໃໝ່ ປີມະເມຍ 2014 - ảnh 1
ຈັດຕັ້ງ​ງານ​ພົບ​ປະ​ສ້າງສັນກັບ​ບັນດາ​ຄະນະ​ທູຕານຸທູດ, ອົງການ​ຈັດ​ຕັ້ງສາກົນ
(ພາບ: TTXVN)


(vovworld) - ຕອນ​ຄໍ່າ​ວັນ​ທີ 17/01, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຕິບັດ​ງານ​ກ່ຽວ​ກັບ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ (PACCOM) ​ໄດ້​ຈັດງານ​ພົບ​ປະ​ສ້າງສັນຄະນະທູຕານຸ​ທູດ, ບັນດາ​ອົງການຈັດ​ຕັ້ງ​ສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ປະຈຳ​ຫວຽດນາມ ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014

        ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດສາກົນ​ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ປີ 2013 ຜ່ານ​ມາ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ, ​ໃນ​ປີ 2013, ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ, ການ​ສະໜັບສະໜູນ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ປະຊາ​ຄົມ​ໂລກ, ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງສາກົນ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ. ທ່ານ​ປະທານ ຫວູຊວນ​ຮົ່ງ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ປີ 2014, ສະຫະພັນ ​ແລະ ຄະນະ​ກຳມະການ​ປະຕິບັດ​ງານ​ກ່ຽວ​ກັບ​ບັນດາ​ອົງການ​ຈັດ​ຕັ້ງບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນຂອງ​ເພື່ອນ​ມິດສາ​ກົນ. ຕາງໜ້າ​ໃຫ້​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ, ທ່ານ​ Marko Lovrekovic, ​ຜູ້ອຳນວຍການ​ຮ່ວມສູນ​ຂໍ້​ມູນ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​​ໃຫ້​ຮູ້​ວ່າ, ປີ 2013 ​ໄດ້​ມີ​ຫຼາຍເຫດການ​ທີ່​ໜ້າ​ຈົດ​ຈຳ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສຳ​ເລັດ, ພ້ອມ​ທັງ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ອຸປະຖຳ ​ແລະ ​ເຂົ້າ​ຮ່ວມ​ວິວັດ​ການ​ພັດທະນາ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ