ຈັດຕັ້ງບັນດາກອງປະຊຸມ GMS-6 ແລະ CLV -10 ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມບົນເວທີສາກົນ

(VOVWORLD) - ກ່າວຄຳເຫັນຊີ້ນຳກອງປະຊຸມກັບບັນດາອົງການກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກະຊວງການຕ່າງປະເທດ ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຮັບປະກັນວຽກງານກະກຽມໃຫ້ບັນດາເຫດການນີ້ເປັນຢ່າງດີ

ແຕ່ວັນທີ 29 -31 ມີນາ, ຫວຽດນາມ ຈະເປັນປະທານຈັດຕັ້ງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດການຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ -  ລາວ - ຫວຽດນາມ (CLV) ຄັ້ງທີ 10. ນີ້ແມ່ນບັນດາເຫດການການທູດຫຼາຍຝ່າຍໃຫຍ່ທີ່ສຸດໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ໃນປີ 2018.

        ຕອນບ່າຍວັນທີ 26 ມີນາ, ກ່າວຄຳເຫັນຊີ້ນຳກອງປະຊຸມກັບບັນດາອົງການກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກະຊວງການຕ່າງປະເທດ ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຮັບປະກັນວຽກງານກະກຽມໃຫ້ບັນດາເຫດການນີ້ເປັນຢ່າງດີ ດ້ວຍທິດນຳມີປະສິດທິຜົນ, ແທດຈິງ, ສາມັກຄີ, ມີຄວາມປອດໄພ. ເລື່ອງຈັດຕັ້ງ ກອງປະຊຸມ GMS – 6 ແລະ CLV – 10 ຈະຍົກສູງອິດທິພົນຊື່ສຽງດ້ານການເມືອງ, ທີ່ຕັ້ງ ແລະ ບົດບາດ ຫວຽດນາມ ໃນເວທີສາກົນ, ສືບຕໍ່ປະສົບຜົນສຳເລັດຂອງປີ APEC 2017.

ຕອບກັບ

ຂ່າວ/ບົດ​ອື່ນ