ທ່ານຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ
ພາບປະກອບ: baomoi.com |
(vovworld) - ວັນທີ 5/3, ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ຈັດຕັ້ງເວທີປາໄສຫວຽດນາມຂຶ້ນຢ່າງເປັນທາງການ ແລະ ການພົບປະແລກປ່ຽນໂຕະມົນເປັນຄັ້ງທຳອິດກ່ຽວກັບນະໂຍບາຍການຕ່າງປະເທດ ຫວຽດນາມ ພາຍໃຕ້ເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ. ເວທີປາໄສຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຈຸດປະສົງເພີ່ມທະວີການແລກປ່ຽນກ່ຽວກັບບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງຫວຽດນາມ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ນີ້ກໍແມ່ນຊ່ອງເພື່ອໃຫ້ສະຖານທູດຫວຽດນາມ ເປີດກວ້າງການພົວພັນກັບບັນດານັກຮຽນຮູ້, ນັກວາງແຜນນະໂຍບາຍ ແລະ ຮັບຟັງຄຳເຫັນຂອງເຂົາເຈົ້າກ່ຽວກັບບັນດາບັນຫາທີ່ມີສ່ວນກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງຫວຽດນາມ.
ທີ່ການພົບປະສົນທະນາໂຕະມົນນັ້ນ, ທ່ານ ຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ສະເຫນີບັນດາຈຸດໝາຍການຕ່າງປະເທດຂອງຫວຽດນາມ ຮອດປີ 2020 ແລະ ຊີ້ໃຫ້ເຫັນຈຸດໃຫມ່ໃນແນວທາງ, ນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ, ພິເສດແມ່ນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ, ຜັນຂະຫຍາຍການພົວພັນຕ່າງປະເທດຢ່າງຄົບຊຸດ ແລະ ຮອບດ້ານ, ຫວຽດນາມ ແມ່ນສະມາຊິກຕັ້ງຫນ້າ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ.