ຈັດພິທີມອບຮັບຫໍວັດທະນະທຳໄກສອນພົມວິຫານລະຫວ່າງຫວຽດນາມ - ລາວ

ຈັດພິທີມອບຮັບຫໍວັດທະນະທຳໄກສອນພົມວິຫານລະຫວ່າງຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 7/1, ຢູ່​ເທດສະບານ​ສະຫວັນ​ນະ​ເຂດ, ຫ້ອງ​ວ່າກາ​ນສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ອຳນາດ​ການ​ປົກຄອງ​ແຂວງ ສະຫວັນ​ນະ​ເຂດ ​ແລະ ບໍລິສັດ​ໃຫຍ່ 36 ຂອງ ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງພິທີ​ເປີດ​ ​ແລະ ມອບ​ຮັບຫໍ​ວັດ​ທະນະ​ທຳ ​ໄກສອນ ພົມວິຫານ. ນີ້​ແມ່ນຂອງຂວັນ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ມອບ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ສັນຕະວະໄມຕີລາວ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເມື່ອ​ເດືອນ 6/2011. ກິດຈະກຳ​ມີ​ຍອດ​​ເງິ​ນລົງທຶນ 191 ຕື້​ດົ່ງ, ​ໄດ້​ຮັບ​ການກໍ່ສ້າງ​ດ້ວຍ​ວັດ​ສະ​ດຸກໍ່ສ້າງ​ມີ​ຄຸນ​ນະພາ​ບສູງ, ຮັບປະກັນຄວາມປານີດດ້ວຍ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ລ້ານ​ຊ້າງ.

    ​ໂດຍ​ຕາງໜ້າ​ໃຫ້​ອຳນາດ​ການ​ປົກຄອງ​ແຂວງ ສະຫວັນ​ນະ​ເຂດ, ທ່ານ​ເລຂາພັກແຂວງ, ​ເຈົ້າ​ແຂວງ​ແຂວງ​ສະຫວັນ​ນະ​ເຂດ ສຸພັນ ​ແກ້ວ​ມີ​ໄຊ ​ໄດ້​ຂອບ​ອົກຂອບ​ໃຈ​ພັກ ​ແລະ ລັດຖະບານ ຫວຽດນາມ ​ໄດ້​ສະຫງວນ​ໃຫ້​ລັດຖະບານ ລາວ ​ເວົ້າ​ລວມ ​ແລະ ອຳນາດ​ການ​ປົກຄອງ​ແຂວງ ສະຫວັນ​ນະ​ເຂດ ​ເວົ້າ​ສະ​ເພາະ​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດ​ທິຜົນ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ສຸພັນ ​ແກ້ວ​ມີ​ໄຊ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ເປີດ​ສະຫຼອງ ​ແລະ ນຳ​ຫໍ​ວັດທະນະທຳ ​ໄກສອນ ພົມວິຫານ ​ເຂົ້າ​ເຄື່ອນ​ໄຫວ​ແມ່ນ​ພະຍານ​ຫຼັກ​ຖານ​ຢ່າງ​ມີ​ຊີວິດ​ຊີວາ​ຢັ້ງຢືນສາຍ​ໃຈ ລາວ - ຫວຽດນາມ ​ແລະ ໝັ້ນໝາຍຈະ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກິດຈະກຳ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖີ່​ນ, ປະກອບສ່ວນ​ເພີ່ມພຸ​ນຄຸນ​ສ້າງສາຍພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ