ຈັດສັນການລົງທຶນຂອງຕ່າງປະເທດຢ່າງເໝາະສົມສຳລັບພາກໃຕ້
(ພາບປະກອບ Thanh Vũ/TTXVN)
(vovworld) – ທີ່ກອງປະຊຸມແລກປ່ຽນກ່ຽວກັບການລົງທຶນຕ່າງປະເທດໃຫ້ບັນດາແຂວງ, ນະຄອນພາກໃຕ້, ຖືກຈັດຕັ້ງໃນວັນທີ 14/8, ຢູ່ ເກີນເທີ, ທ່ານ ໂດ໋ເຍີດຮ່ວາງ, ຫົວໜ້າກົມລົງທຶນຕ່າງປະເທດ, ໃຫ້ຮູ້ວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດມີທ່າແຮງກ່ຽວກັບກະສິກຳ, ສິນໃນນ້ຳ, ຕົ້ນໄມ້ກິນໝາກ. ບັນດາທ້ອງຖີ່ນຕ້ອງກຳນົດທ່າແຮງຂອງແຕ່ລະຜະລິດຕະພັນຢ່າງຈະແຈ້ງ. ຈາກນັ້ນ, ກົມລົງທຶນຕ່າງປະເທດມີພື້ນຖານແນະນຳ, ຜູກຮັດກັບບັນດາວິສາຫະກິດຕ່າງປະເທດເພື່ອຄົ້ນຄ້ວາ, ຊອກຮູ້ ແລະ ມີແຜນການລົງທຶນ. ແລະກໍ່ຕາມທ່ານ ຮ່ວາງ ແລ້ວ, ປະຈຸບັນ, ກົມລົງທຶນຕ່າງປະເທດພວມຈັດສັນການລົງທຶນໃຫ້ບັນດາທ້ອງຖີ່ນຕາມທິດຈຸດສຸມ, ຖືກຕ້ອງກັບທ່າແຮງຂອງແຕ່ລະທ້ອງຖີ່ນ, ຮັບປະກັບຄຸນນະພາບການລົງທຶນ:
“ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ທາງພາກໃຕ້ ຫວຽດນາມ ທ່າແຮງແມ່ນກະສິກຳ, ສິນໃນນ້ຳ, ຕົ້ນໄມ້ກິນໝາກ. ຊຸມປີຜ່ານມາ, ພວກເຮົາກໍ່ຮຽກຮ້ອງລົງທຶນແຕ່ບໍ່ທັນເປັນລະບຽບ, ຍັງບໍ່ທັນມີນະໂຍບາຍບຸກທະລຸເພື່ອໃຫ້ແຕ່ລະຂະແໜງ, ຂົງເຂດພົ້ນເດັ່ນ. ດັ່ງນັ້ນ, ບໍ່ມີການດຶງດູດໃຫ້ບັນການັກລົງທຶນ. ປະຈຸບັນ, ຕ້ອງຈັດສັນຢ່າງລະອຽດ ແລະ ພວກຂ້າພະເຈົ້າຈະສົມທົບກັບທ້ອງຖີ່ນເຮັດໃຫ້ບັນຫານີ້ລະອຽດກ່ວາ.”