ຈົດໝາຍຂອງປະທານປະເທດເນື່ອງໃນໂອກາດວັນມູນເຊື້ອປ້ອງກັນຕ້ານພະຍຸ, ຫຼຸດຜ່ອນໄພທຳມະຊາດ
(ທ່ານປະທານປະເທດ ເຈືອງເຕີນຊາງ)
(vovworld) – ເນື່ອງໃນໂອກາດວັນມູນເຊື້ອປ້ອງກັນຕ້ານພະຍຸ, ຫຼຸດຜ່ອນໄພທຳມະຊາດ (22/05/2015), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກຈົດໝາຍເຖິງປະຊາຊົນ, ເພື່ອນສະຫາຍ ແລະ ນັກຮົບໃນທົ່ວປະເທດ. ເນື້ອໃນຂອງຈົດໝາຍຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ, ສະພາບອາກາດ, ໄພທຳມະຊາດມີການຜັນແປ່ຢ່າງສັບສົນ, ຜິດປົກກະຕິ; ພະຍຸ, ນ້ຳຖ້ວມ, ນ້ຳແກ່ງ, ດິນເຊາະເຈື່ອນ, ແຫ້ງແລ້ງ, ນ້ຳທະເລຂຶ້ນສູງ ໄດ້ເກີດຂຶ້ນຫຼາຍກວ່າເກົ່າ, ຢູ່ຫຼາຍເຂດໃນທົ່ວປະເທດ, ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່, ການຜະລິດ, ຊີວິດອິນຊີ, ຊັບສົມບັດຂອງປະຊາຊົນ ແລະ ການພັດທະນາຂອງປະເທດຊາດ. ທ່ານປະທານປະເທດ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ, ກຳລັງປະກອບອາວຸດ ແລະ ປະຊາຊົນທຸກຄົນ ສືບຕໍ່ຊາບຊຶມ ແລະ ປະຕິບັດກົດໝາຍວ່າດ້ວຍປ້ອງກັນ, ຕ້ານໄພທຳມະຊາດໃຫ້ດີ, ນຳເນື້ອໃນປ້ອງກັນ, ຕ້ານໄພທຳມະຊາດເຂົ້າໃນວຽກງານວາງແຜນສັງລວມ, ແຜນການພັດທະນາເສດຖະກິດສັງຄົມຂອງທົ່ວປະເທດ, ຂອງບັນດາຂະແໜງການ, ທ້ອງຖີ່ນເຂົ້າໃນການເຄື່ອນໄຫວລົງທຶນກໍ່ສ້າງ, ຍົກລະດັບບັນດາເຂດຕົວເມືອງ…. ເພີ່ມທະວີ, ຍົກສູງຄຸນນະພາບວຽກງານພະຍາກອນ; ຍົດສູງຄວາມຮັບຜິດຊອບ, ສາມັກຄີ, ຮ່ວມແຮງຮ່ວມໃຈລະຫວ່າງບັນດາກຳລັງຢ່າງແໜ້ນແຟ້ນ; ເປັນເຈົ້າການປ້ອງກັນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢ່າງທັນການ ແລະ ມີປະສິດທິຜົນ…. ປະກອບສ່ວນປົກປັກຮັກສາຊີວິດຂອງປະຊາຊົນ ແລະ ການພັດທະນາຢ່າງໝັ້ນຄົງຂອງປະເທດ.