ຈີນ ກະກຽມລົງໂທດບັນດາບຸກຄົນ ແລະ ອົງກອນ ອາເມລິກາ ທີ່ຮຽກຮ້ອງດຳເນີນການສືບສວນກ່ຽວກັບໂຄວິດ-19

(VOVWORLD) - ຕາມສື່ມວນຊົນ ຈີນ ແລ້ວ, ລັດຖະບານປະເທດນີ້ ພວມກະກຽມບັນດາການກະທຳໂຕ້ຕອບຕໍ່ຝ່າຍອາເມລິກາ ເມື່ອມີໃບຮ້ອງຟ້ອງ ແລະ ຮຽກຮ້ອງໃຫ້ດຳເນີນບັນດາການສືບສວນສາກົນກ່ຽວກັບໂຄວິດ-19, ເຊິ່ງໜັງສືພິມ ຮ໊ວານຈ໊ຽວປາວ ຂອງຈີນ ເອົາລົງໃນວັນທີ 13 ພຶດສະພາ.
ຈີນ ກະກຽມລົງໂທດບັນດາບຸກຄົນ ແລະ ອົງກອນ ອາເມລິກາ ທີ່ຮຽກຮ້ອງດຳເນີນການສືບສວນກ່ຽວກັບໂຄວິດ-19 - ảnh 1ທ່ານປະທານາທິບໍດີ ອາເມລິກາ  Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພາບ: FT

        ໜັງສືພິມດັ່ງກ່າວໃຫ້ຮູ້ວ່າ: ຝ່າຍ ຈີນ “ບໍ່ພໍໃຈ” ຕໍ່ເລື່ອງ ອາເມລິກາ “ສວຍໃຊ້ການຮ້ອງຟ້ອງ” ຈີນ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ປັດຈຸບັນ ລັດຖະບານ ຈີນ ພວມລົງມືກະກຽມບັນດາມາດຕະການລົງໂທດທີ່ຈຳເປັນ ຕໍ່ບັນດາສະມາຊິກລັດຖະສະພາ ອາເມລະກາ ທີ່ສະເໜີໃຫ້ມີບັນດາກົດດຳລັດຕ້ານຈີນ, ກໍ່ຄືບາງບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງຂອງລັດ Missouri ແລະ ຝ່າຍ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ