ຈີນ ຊົມ​ເຊີຍ​ກົນ​ໄກ​ຮ່ວມ​ມື ອາຊຽນ + 3 ​ໃນ​ບັ້ນ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານ ຕົງຊີຈຽນ ເອກອັກຄະລັດຖະທູດ ຈີນ ປະຈໍາ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫາກໍຕີລາຄາກ່ຽວກັບກົນໄກຮ່ວມມື ອາຊຽນ + 3 ເຊິ່ງລວມມີບັນດາປະເທດ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. 
ຈີນ ຊົມ​ເຊີຍ​ກົນ​ໄກ​ຮ່ວມ​ມື ອາຊຽນ + 3  ​ໃນ​ບັ້ນ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1 (ພາບປະກອບ: TTXVN)

ເມື່ອຕອບສໍາພາດນັກຂ່າວສໍານັກຂ່າວສານ ຊິນຮວາ ໃນວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ຕົງຊີຈຽນ ຖືວ່າ ກົນໄກຮ່ວມມື ອາຊຽນ + 3  ໄດ້ເສີມຂະຫຍາຍໄດ້ຢ່າງມີປະສິດທິຜົນສູງ ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ແລະ ເລື່ອງບັນດາປະເທດ ສົມທົບກັນຍົກອອກບັນດາມາດຕະການຮັບມື ໄດ້ສະແດງໃຫ້ເຫັນໄມຕີຈິດມິດຕະພາບ ແລະ ຄວາມສະໜິດສະໜົມຂອງປະເທດບ້ານໃກ້ເຮືອນຄຽງ.

ໂດຍເຕື້ອງເຖິງກອງປະຊຸມສຸດຍອດ ອາຊຽນ + 3 ເຊິ່ງຫວຽດນາມເປັນເຈົ້າພາບຈັດຕັ້ງຜ່ານຮູບແບບປະຊຸມອອນລາຍນັ້ນ, ທ່ານເອກອັກຄະລັດຖະທູດ ຕົງຊີຈຽນ ຕີລາຄາວ່າ ນີ້ແມ່ນກອງປະຊຸມການນໍາບັນດາປະເທດ ອາຊຽນ + 3 ທໍາອິດ ປຶກສາຫາລືກ່ຽວກັບວິທີການຮັບມືຂອງພາກພື້ນ ອາຊີຕາເວັນອອກ ຕໍ່ໜ້າສະພາບການຂອງໂລກລະບາດ ແລະ ກໍແມ່ນກອງປະຊຸມພິເສດທໍາອິດລະຫວ່າງການນໍາບັນດາປະເທດ ອາຊຽນ + 3 ນັບແຕ່ເມື່ອກົນໄກຮ່ວມມືນີ້ໄດ້ຕັ້ງຂຶ້ນເປັນຮູບປະທໍາ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ