(VOVWORLD) - ບາລູນ ບໍ່ມີຄົນຂັບມາຈາກຈີນ ແມ່ນໄດ້ນຳໃຊ້ເພື່ອທົດລອງ. ຍ້ອນຜົນສະທ້ອນຈາກອາກາດ, ບາລູນໜ່ວຍນີ້ໄດ້ບິນຜິດດ່ຽງທາງຫຼາຍເມື່ອທຽບໃສ່ໄລຍະທາງຄາດຄະເນ ແລະ ໄດ້ບິນເຂົ້າເຂດດິນແດນ ອາເມລິກາ ລາຕິນ ...
ບາລູນ ຢູ່ເຂດນ່ານຟ້າ Billings, ລັດ Montana, ອາເມລິກາ ໃນວັນທີ 1 ກຸມພາ
(ພາບ: AP)
|
ຕອນບ່າຍວັນທີ 6 ກຸມພາ, ຈີນ ໄດ້ຍອມຮັບວ່າ ບາລູນ ທີ່ໄດ້ປະກົດຢູ່ທະວີບ ອາເມລິກາ ລາຕິນ ແມ່ນການທົດລອງຮັບໃຊ້ຈຸດປະສົງພົນລະເຮືອນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ປັກກິ່ງ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ບາລູນ ບໍ່ມີຄົນຂັບມາຈາກຈີນ ແມ່ນໄດ້ນຳໃຊ້ເພື່ອທົດລອງ. ຍ້ອນຜົນສະທ້ອນຈາກອາກາດ, ບາລູນໜ່ວຍນີ້ໄດ້ບິນຜິດດ່ຽງທາງຫຼາຍເມື່ອທຽບໃສ່ໄລຍະທາງຄາດຄະເນ ແລະ ໄດ້ບິນເຂົ້າເຂດດິນແດນ ອາເມລິກາ ລາຕິນ ແລະ ກາລິເບ ໂດຍບັງເອີນ.
ຖະແຫຼງການຂອງທ່ານນາງ ໝາວໜິງ ໄດ້ຍົກອອກມາໃນວັນທີ 3 ກຸມພາ, ເມື່ອກອງທັບອາກາດ Colombia ພົບເຫັນວັດຖຸບິນ “ຄ້າຍຄືບາລູນ” ຢູ່ເຂດນ່ານຟ້າຂອງປະເທດນີ້. ໃນຂະນະນັ້ນ, ໃນວັນທີ 28 ແລະ 30 ມັງກອນ,ກອງທັບ ອາເມລິກາ ກໍ່ໄດ້ພົບເຫັນບາລູນ ບິນເຂົ້າເຂດນ່ານຟ້າຂອງ ອາເມລິກາ ແລະ ຮອດວັນທີ 4 ກຸມພາ ໄດ້ຜັນຂະຫຍາຍການຍິງບາລູນໜ່ວຍນີ້.
ເມື່ອເຕື້ອງເຖິງເລື່ອງ ອາເມລິກາ ຍິງ ບາລູນ, ທ່ານນາງ ໝາວໜິງ ຖືວ່າ ນີ້ແມ່ນເຫດການບັງເອີນ, ແລະ “ທັງສອງຝ່າຍ, ພິເສດແມ່ນ ອາເມລິກາ, ຄວນແກ້ໄຂດ້ວຍຄວາມລະມັດລະວັງ, ມີວິຊາສະເພາະ, ບໍ່ຕ້ອງນຳໃຊ້ກຳລັງອາວຸດ”. ທ່ານນາງ ຮຽກຮ້ອງໃຫ້ ວໍຊິງຕັນ ພ້ອມກັບ ປັກກິ່ງ ຄວບຄຸມຄວາມບໍ່ລົງລອຍກັນ, ຫຼີກລ້ຽງຄວາມເຂົ້າໃຈຜິດ ແລະ ຕີລາຄາຜິດ, ທຳລາຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.