ຈີນ ຢາກຊຸກຍູ້ຮ່ວມສຳພັນ ການເດີນທະເລ ກັບ ອາຊຽນ
ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຈີນ ຟູຢິ໊ງ
(ພາບ: vietnamplus.vn)
(vovworld) – ວັນທີ 5/8, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຈີນ ທ່ານນາງ ຟູຢິ໊ງ ໃຫ້ຮູ້ວ່າ: ຈີນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມສຳພັນໃນການເດີນທະເລ ກັບ ອາຊຽນ. ຈີນ ຈະນຳໃຊ້ກອງທຶນການເດີນທະເລ ຈີນ - ອາຊຽນ ທີ່ມີມູນຄ່າ 3 ຕື້ ຢວນ (ເທົ່າກັບ 473 ລ້ານ USD) ເພື່ອຍົກລະດັບບັນດາທ່າກຳປັ່ນ ແລະ ຮ່ວມມືຂົນສົ່ງທາງທະເລ ກັບ ອາຊຽນ. ທ້າຍປີ 2012, ຈີນ ຈະຈັດຕັ້ງກອງປະຊຸມສຳມະນາກ່ຽວກັບຍຸດທະສາດຮ່ວມສຳພັນໃນການເດືອນທະເລ ຈີນ - ອາຊຽນ. ປັກກິ່ງ ກໍພວມຕັ້ງໜ້າກະກຽມສ້າງຕັ້ງຄະນະກຳມະການຮ່ວມສຳພັນ ຈີນ - ອາຊຽນ. ຈີນ ພ້ອມແລ້ວທີ່ຮ່ວມມື ກັບ ອາຊຽນ, ຊຸກຍູ້ການຮ່ວມມືໃນຂົງເຂດສັນຍາການຄ້າເສລີ (ຫຼື FTA), ເພີ່ມທະວີການຮ່ວມສຳພັນ, ຮ່ວມມືໃນການເດີນທະເລ, ຮ່ວມມືໃນບັນດາບັນດາສັງຄົມ - ວັດທະນະທຳ, ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດ ຈີນ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່. ປະຈຸບັນ, ຈີນ ແມ່ນຄູ່ຮ່ວມມືລາຍໃຫຍ່ຂອງ ອາຊຽນ ແລະ ອາຊຽນ ແມ່ນລູກຄ້າໃຫຍ່ອັນດັບ 3 ຂອງ ຈີນ.