ຈີນ ເລືອກເອົາຜູ້ແທນເກືອບ 2.300 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ

(VOVWORLD) - ຕາມແຈ້ງການທາງການທີ່ເອົາລົງທາງສຳນັກຂ່າວສານຊິນຮວາແລ້ວ, ບັນດາເຂດເລືອກຕັ້ງໃນທົ່ວປະເທດ ຈີນ ໄດ້ຮຽກໂຮມກອງປະຊຸມໃຫຍ່ຜູ້ແທນ ຫຼື ກອງປະຊຸມຜູ້ແທນພັກ ແລະ ໄດ້ເລືອກເອົາຜູ້ແທນ 2.296 ຄົນ...
 
ຈີນ ເລືອກເອົາຜູ້ແທນເກືອບ 2.300 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ - ảnh 1ພາບປະກອບຈາກສຳນັກຂ່າວສານ ຊິນຮວາ

 

ວັນທີ 25 ກັນຍາ, ຈີນ ໄດ້ປະກາດບັນຊີລາຍຊື່ຜູ້ແທນເກືອບ 2.300 ຄົນທີ່ໄດ້ຮັບການເລືອກເຟັ້ນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ. ຕາມແຈ້ງການທາງການທີ່ເອົາລົງທາງສຳນັກຂ່າວສານຊິນຮວາແລ້ວ, ບັນດາເຂດເລືອກຕັ້ງໃນທົ່ວປະເທດ ຈີນ ໄດ້ຮຽກໂຮມກອງປະຊຸມໃຫຍ່ຜູ້ແທນ ຫຼື ກອງປະຊຸມຜູ້ແທນພັກ ແລະ ໄດ້ເລືອກເອົາຜູ້ແທນ 2.296 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ.

        ຕາມຂໍ້ສະເໜີຂອງກົມການເມືອງສູນກາງພັກກອມມູນິດ ຈີນ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກຄັ້ງນີ້ຈະຈັດຂຶ້ນຢູ່ນະຄອນຫຼວງ ປັກກິ່ງ ໃນວັນທີ 16 ຕຸລາ. ນະທີ່ນີ້, ບັນດາຜູ້ແທນທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດຈີນ ກ່ວາ 96,7 ລ້ານຄົນຈະເລືອກຕັ້ງກົງຈັກການນຳໃໝ່ສຳລັບອາຍຸການ 5 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ