ຈີນ ແລະ ອິນເດຍ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຊາຍແດນ

(VOVWORLD) -ໃນແຈ້ງການພິເສດຂອງສື່ມວນຊົນ, ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດຈີນ ແລະ ອິນເດຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມທີ່ສໍາຄັນກ່ຽວກັບບັນດາບັນຫາຊາຍແດນໃນກອງປະຊຸມ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ພະຈິກ. 
ຈີນ ແລະ ອິນເດຍ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຊາຍແດນ - ảnh 1ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ  ແລະ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval  (ພາບ:news18.com) 

ແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ, ຮອບເຈລະຈາຄັ້ງທີ 21 ລະຫວ່າງບັນດາຜູ້ຕາງໜ້າພິເສດຂອງຈີນ ແລະ ອິນເດຍ ກ່ຽວກັບບັນຫາຊາຍແດນໂດຍ ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ  ແລະ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval ເປັນປະທານຮ່ວມ ຢູ່ນະຄອນ ຈ໊າງດູ, ເມືອງເອກຂອງແຂວງເຊຊວນ, ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ.

        ຕາມແຈ້ງການແລ້ວ, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ວິວັດການເຈລະຈາຂັ້ນຜູ້ຕາງໜ້າພິເສດເໝາະສົມກັບບັນດາຄວາມເຫັນດີທີ່ສໍາຄັນ ເຊິ່ງ ທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ບັນລຸໄດ້ ກ່ຽວກັບການແກ້ໄຂບັນດາບັນຫາຊາຍແດນໃຫ້ສົມເຫດສົມຜົນ ແລະ ຊຸກຍູ້ການພົວພັນລະຫວ່າງຈີນ ແລະ ອິນເດຍ,  ເພື່ອແນໃສ່່ບັນລຸໄດ້ບັນດາວິທີການແກ້ໄຂທີ່ຍຸຕິທໍາ, ເໝາະສົມ ແລະ ທັງສອງຝ່າຍລ້ວນແຕ່ຍອມຮັບໄດ້ ຍິ່ງໄວກໍຍິ່ງດີ. ແຈ້ງການດັ່ງກ່າວ ກໍໄດ້ເນັ້ນໜັກວ່າ ສອງປະເທດຈະພ້ອມກັນປ້ອງກັນຄວາມສະຫງົບຢູ່ບັນດາເຂດຊາຍແດນ ກ່ອນທີ່ບັນລຸໄດ້ວິທີແກ້ໄຂສຸດທ້າຍ ສໍາລັບບັນຫາຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ