ຈີນ ແລະ ອີຣານ ລົງນາມໃນສັນຍາອອກແບບ
ເຕົ່າປະຕິກອນນິວເຄຼຍ Arak ຄືນໃໝ່
(ພາບ: Reuters/TTXVN)
(vovworld) - ວັນທີ 23/04 ຢູ່ນະຄອນຫລວງ ວຽນ (ໂອຕາລິດ), ຈີນ ແລະ ອີຣານ ໄດ້ລົງນາມໃນສັນຍາການຄ້າທຳອິດກ່ຽວກັບເລື່ອງອອກແບບ ເຕົ່າປະຕິກອນນິວເຄຼຍ Arak ຂອງ ອີຣານ ຄືນໃໝ່. ເລື່ອງອອກແບບເຕົ່າປະຕິກອນນິວເຄຼຍ Arak ຄືນໃໝ່ໄດ້ຖືວ່າ ແມ່ນເນື້ອໃມແກ່ນສານໃນຂໍ້ຕົກລົງນິວເຄຼຍປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ). ຕາມຂໍ້ຕົກລົງ, ໄດ້ເອີ້ນວ່າ ແຜນການດຳເນີນງານຮອບດ້ານລວມ (JCOOA) ທີ່ບັນລຸໄດ້ໃນເດືອນ 07/2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1, ອີຣານ ເຫັນດີອອກແບບເຕົ່າປະຕິກອນນິວເຄຼຍນີ້ຄືນໃໝ່ ເພື່ອຫລຸດປະລິນາມການຜະລິດ plutonium ຂອງປະເທດນີ້ໃຫ້ລົງລະດັບຕ່ຳສຸດ ພ້ອມທັງ ຫລີກລ້ຽງການຜະລິດ plutonium ເພື່ອຮັບໃຊ້ອາວຸດ.