(vovworld) - ວັນທີ 8/6, ຈີນ ແລະ ອາບການິດສະຖານ ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ຂໍ້ຕົກລົງ ໄດ້ຖືກຍົກອອກມາ ໃນຖະແຫຼງການຮ່ວມປະກາດພາຍຫຼັງການເຈລະຈາຢ່າງເປັນທາງການລະຫວ່າງ ທ່ານປະທານປະເທດ ຈີນ ຫູຈີນເທົ່າ ແລະ ທ່ານປະທານາທິບໍດີ ອາບການິດສະຖານ Hamid Karzai, ຢູ່ ປັກກິ່ງ. ເນື່ອງໃນໂອກາດນີ້, ຈີນ ຖະແຫຼງສະຫງວນບ້ວງເງິນຊ່ວຍເຫຼືອລ້າ ທີ່ມີມູນຄ່າເກືອບ 24 ລ້ານ USD ໃຫ້ແກ່ລັດຖະບານ ອາບການິດສະຖານ ໃນປີ 2012. ຖະແຫຼງການຮ່ວມຊີ້ແຈ້ງວ່າ: ເລື່ອງ 2 ຝ່າຍຢືດໝັ້ນສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ອະທິປະໄຕຂອງປະເທດຊາດ, ທ້ອນໂຮມຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຫັນດີເປັນເອກະສັນກັນ ບໍ່ອະນຸຍາດໃຫ້ນຳໃຊ້ອະນາເຂດຂອງປະເທດນີ້ ເຂົ້າທຸກໆການເຄື່ອນໄຫວ ເພື່ອແນ່ໃສ່ຕ້ານປະເທດຂອງກັນ... 2 ຝ່າຍກໍເຫັນດີເປັນເອກະສັນກັນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ດ້ວຍວິທີພ້ອມກັນຕໍ່ສູ້ຕ້ານບັນດາໄພນາບຂູ່ຂ້າມຊາດ ຄື: ກໍການຮ້າຍ, ເຂົ້າເມືອງຜິດກົດໝາຍ, ຄ້າຂາຍເຖື່ອນອາວຸດ, ເພີ່ມທະວີການແລກປ່ຽນລາຊະການລັບ ແລະ ຄຸ້ມຄອງເຂດຊາຍແດນ.