ຈີນ ແລະ ອາເມລິກາ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືສ້າງສັນ
ຈີນ ແລະ ອາເມລິກາມຸ່ງໄປເຖິງການພົວພັນຄູ່ຮ່ວມມືສ້າງສັນ
(ພາບ: TTXVN)
(vovworld) - ວັນທີ 16/5, ບັນດາເຈົ້າໜ້າທີ່ການທູດຈີນ ແລະ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາສ້າງການພົວພັນສອງຝ່າຍໃນປະຈຸບັນ, ແລະ ລຸດຜ່ອນຄວາມຂັດແຍ້ງກັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ກວ່າໝູ່ຂອງໂລກຜ່ານການເຈລະຈາ. ໃນການປະຊຸມກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ທີ່ພວມຢູ່ຢ້ຽມຢາມປັກກິງ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງຢີ ໄດ້ຢືນຢັນວ່າ, ສອງປະເທດມະຫາອຳນາດນີ້ມີຜົນປະໂຫຍດລວມຫຼາຍກວ່າຂໍ້ຂັດແຍ້ງກັນ, ດັ່ງນັ້ນສອງຝ່າຍຄວນມີການກະທຳບົນຈິດໃຈເຄົາລົບຊິ່ງກັນ ແລະ ກັນ, ຊອກຫາພື້ນຖານລວມໃນການລຸດຜ່ອນຂວາມຂັດແຍ້ງກັນ ແລະ ແກ້ໄຂບັນດາບັນຫາສະດຸງໄວຕາມທິດສ້າງສັນ. ສ່ວນທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ກໍ່ເຕື້ອງຄືນທັດສະນະຊຸກຍູ້ການພົວພັນຄູ່ຮ່ວມມືອາເມລິກາ - ຈີນ, ພ້ອມທັງຢືນຢັນມີແຕ່ຜ່ານການເຈລະຈາຈຶ່ງສາມາດແກ້ໄຂບັນດາຄວາມຂັດແຍ້ງກັນໄດ້ເທົ່ານັ້ນ.