ຈີນ ໄຂກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 19

(VOVWORLD) - ວັນທີ 28 ຕຸລາ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 4 ຊຸດທີ 19 (ກອງປະຊຸມສູນກາງພັກຄັ້ງທີ 4) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ. 
ຈີນ ໄຂກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 19 - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ (ພາບ: THX/TTXVN)

ໂຄງການດຳເນີນງານຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນຄົ້ນຄວ້າບັນດາບັນຫາສຳຄັນກ່ຽວກັບການຢຶດໝັ້ນ ແລະ ສ້າງລະບອບສັງຄົມນິຍົມສີສັນ ຈີນ ໃຫ້ສຳເລັດ, ຊຸກຍູ້ການຫັນລະບົບການບໍລິຫານ ແລະ ກຳລັງຄວາມສາມາດບໍລິຫານແຫ່ງຊາດເປັນທັນສະໄໝ. ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ, ກອງປະຊຸມກໍ່ພິຈາລະນາກ່ຽວກັບ “ຂໍ້ຕົກລົງກ່ຽວກັບບັນດາບັນຫາສຳຄັນຂອງສູນກາງພັກກອມມູນິດ ຈີນ ທີ່ກ່ຽວຂ້ອງເຖິງ ການຢຶດໝັ້ນ ແລະ ສ້າງລະບອບສັງຄົມນິຍົມສີສັນ ຈີນ ໃຫ້ສຳເລັດ, ຊຸກຍູ້ການຫັນລະບົບການບໍລິຫານ ແລະ ກຳລັງຄວາມສາມາດບໍລິຫານແຫ່ງຊາດເປັນທັນສະໄໝ”.

        ກອງປະຊຸມສູນກາງພັກຄັ້ງທີ 4 ຖືກຈັດຕັ້ງຂຶ້ນພາຍຫລັງ ຈີນ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາປະເທດ. ກອງປະຊຸມນີ້ ມີການເຂົ້າຮ່ວມຂອງກຳມະການສູນກາງພັກກອມມູນິດ ຈີນ 202 ທ່ານ ແລະ ກຳມະການສຳຮອງສູນກາງພັກ 171 ທ່ານ. ຄາດວ່າ: ກອງປະຊຸມຈະອັດລົງໃນວັນທີ 31 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ