ຈີນຈະສະໜັບສະໜູນ ອຳນາດການປົກຄອງ ເຂດພິເສດຮົງກົງ, ມາເກົາ
ທ່ານປະທານປະເທດຈີນສືຈິນຜິງ (ຂວາ)
(ພາບ: Reuters))
(vovworld)- ທີ່ການຕ້ອນຮັບທ່ານຫົວໜ້າເຂດປົກຄອງພິເສດຮົງກົງ (ຈີນ) ຢູ່ປັກກິງ ເມື່ອວັນທີ 26/12, ທ່ານປະທານປະເທດຈີນສືຈິນຜິງ ເນັ້ນໜັກວ່າ: ການພັດທະນາລະບົບການເມືອງຢູ່ຮົງກົງຕ້ອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງກັບກົດໝາຍ. ທ່ານປະທານປະເທດຈີນສືຈິນຜິງ ຊີ້ແຈ້ງວ່າ: ລັດຖະບານສູນກາງສະໜັບສະໜູນອຳນາດການປົກຄອງຮົງກົງ ພັດທະນາລະບົບການເມືອງຕາມບັນດາຂໍ້ກຳນົດໃນກົດໝາຍພື້ນຖານກ່ຽວກັບເຂດປົກຄອງພິເສດຮົງກົງ ກໍ່ຄືບັນດາຂໍ້ຕົກລົງກ່ຽວຂ້ອງໂດຍຄະນະປະຈຳສະພາແຫ່ງຊາດຈີນຍົກອອກມາ. ທ່ານປະທານປະເທດຈີນສືຈິນຜິງ ຮຽກຮ້ອງ ປຊຊ ຮົງກົງ ຈົ່ງເອົາໃສ່ໃຈ່ເຖິງຜົນປະໂຫຍດລວມ, ຮັກສາສະຖຽນລະພາບໃນສັງຄົມ, ຊຸກຍູ້ການພັດທະນາເສດຖະກິດ.
ທີ່ການຕ້ອນຮັບທ່ານຫົວໜ້າເຂດປົກຄອງພິເສດມາເກົາ, ທ່ານປະທານປະເທດຈີນສືຈິນຜິງ ຍ້ອງຍໍຊົມເຊີຍບັນດາຜົນງານພັດທະນາໂດຍມາເກົາບັນລຸໄດ້ດ້ວຍການປະຕິບັດ “ລັດດຽວ, ສອງລະບົບ“. ທ່ານສະແດງຄວາມສະໜັບສະໜູນຂອງລັດຖະບານສູນກາງຕໍ່ທ່ານຫົວໜ້າເຂດປົກຄອງພິເສດມາເກົາ ກໍ່ຄືອຳນາດການປົກຄອງມາເກົາ./.