ຈີນຊຸກຍູ້ກາລະໂອກາດລົງທຶນ, ທ່ອງທ່ຽວຢູ່ອາຊຽນ

ຈີນຊຸກຍູ້ກາລະໂອກາດລົງທຶນ, ທ່ອງທ່ຽວຢູ່ອາຊຽນ - ảnh 1
ພາບປະກອບຈາກ kinibiz.com

(vovworld) - ທ່ານ​ເລຂາທິການ​ໃຫຍ່​ສູນ​ ອາ​ຊຽນ-ຈີນ (ACC) ໝ້າມິ​ງ​ແຈງ ພ້ອມ​ກັບ​ຄະນະ​ຖ່າຍ​ທຳ​ຮູບ​ເງົາຂຶ້ນ​ກັບ​ໂທລະພາບ​ສູນ​ກາງ ຈີນ (CCTV) ຈະ​ໄປ​ຍັງ ອິນ​ໂດ​ເນ​ເຊຍ ​ໃນ​ອາທິດ​ນີ້​ເພື່ອ​ຊຸກຍູ້​ກາລະ​ໂອກາດ​ລົງທຶນ ​ແລະ ທ່ອງ​ທ່ຽວຢູ່​ປະ​ເທດນີ້. ຄາດ​ວ່າ, ​ໃນ​​ເວລາ​ຢູ່​ອິນ​​ໂດ​ເນ​ເຊຍ 1 ອາທິດ, ທ່ານ​ເລຂາທິການ​ໃຫຍ່ ໝ້າມິ​ງ​ແຈງ ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປະ​ເທດ​ເຈົ້າພາບ, ພ້ອມ​ກັບ​ຄະນະ​ຖ່າຍ​ທຳ​ຮູບ​ເງົາຢ້ຽມຢາມ​ສະຖານ​ທີ່​ບາງ​ແຫ່ງ​ເພື່ອ​ຖ່າຍ​ທຳ​ຮູບ​ເງົາ​ເອກະສານ ​ກ່ຽວ​ກັບອາຫານ​ການ​ກິນ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ນີ້. ທ່ານ ໝ້າມິ​ງ​ແຈງ ​ໃຫ້​ຮູ້​ວ່າ: ACC ສຸມ​ໃສ່​ເຂົ້າ​​ໃນ​ການ​ປັບປຸງ​ບັນດາ​ການ​ພົວພັນ​ ​ແລະ ຮ່ວມ​ມື​ລະຫວ່າງ ຈີນ ​ແລະ ບັນດາ​ສະມາຊິກ ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ການ​ລົງທຶນ, ການ​ຄ້າ, ການ​ສຶກສາ, ວັດທະນະທຳ ​ແລະ ການທ່ອງທ່ຽວ, ຮຽກ​ຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ລົງທຶນ​ເຂົ້າ ອາ​ຊຽນ ​ແລະ ສົ່ງ​ເສີມປະຊາຊົນ ຈີນ ​ໄປ​ທ່ອງ​ທ່ຽວ​ຢູ່​ບັນດາ​ປະ​ເທດ​ສະມາ​ຊິກ ອາ​ຊຽນ. ນອກຈາກ​ນັ້ນ, ACC ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ຜ່ານ​ການຈັດ​ຕັ້ງ​ຄະນະ​ລວມມີ​ບັນດາ​ນັກ​ວິ​ສາ​ຫະກິດ ​ແລະ ນັກ​ຂ່າວ ຈີນ ​ໄປ​ຢ້ຽມຢາມ​ບັນດາ​ປະ​ເທດ ອາ​ຊຽນ, ຫຼື​ເຊື້ອ​ເຊີນ​ບັນດາ​ຄະນະ​ເຈົ້າ​ໜ້າ​ທີ່​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄປ​ປະຕິບັດ​ວຽກ​ງານສົ່ງ​ເສີມ​​ຢູ່ ຈີນ.

 

ຂ່າວ/ບົດ​ອື່ນ