ຈີນ,ຍີ່ປຸ່ນແລະສ.ເກົາຫຼີຢືນຢັນຄືນໃໝ່ບັນດາຄວາມມານະພະຍາຍາມລວມໃນບັນຫາສປປ.ເກົາຫຼີ

(VOVWORLD) -ວັນທີ 09 ພຶດສະພາ, ການນຳ 3 ປະເທດຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາລວມສຳລັບການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ແຫຼມເກົາຫຼີ ກໍຄື ພາກພື້ນອາຊີຕາເວັນອອກສ່ຽງເໜືອ.

ຈີນ,ຍີ່ປຸ່ນແລະສ.ເກົາຫຼີຢືນຢັນຄືນໃໝ່ບັນດາຄວາມມານະພະຍາຍາມລວມໃນບັນຫາສປປ.ເກົາຫຼີ - ảnh 1 ການນຳ 3 ປະເທດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ 

(ພາບ: EPA/TTXVN)

ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຄັ້ງທີ 7 ຖືກດຳເນີນຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຫວັງວ່າ ບົນພື້ນຖານກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ມານະພະຍາຍາມ, ພິເສດແມ່ນຜ່ານການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ, ແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນ.

      ແລະກໍ່ໃນວັນດຽວກັນ, ສຳນັກງານຂ່າວສານສູນກາງສປປ.ເກົາຫຼີ (KCNA) ສະເໜີໃຫ້ອາເມລິກາ ສະແດງໃຫ້ເຫັນ “ພິທີການທາງການທູດ ແລະ ທ່າທີ່ຈິງໃຈ” ດ້ວຍຖານະເປັນຄູ່ຮ່ວມມືຄູ່ເຈລະຈາ. ໃນບົດວິຈານທີ່ໄດ້ເອົາລົງໃນວັນທີ 09 ພຶດສະພາ, KCNA ໄດ້ຕຳໜິຕິຕຽນອາເມລິກາ ພາຍຫຼັງວໍຊິງຕັນ ຖືວ່າ, ບັນດາຄຳໝັ້ນສັນຍາປອດນິວເຄຼຍຂອງສປປ.ເກົາຫຼີ ແມ່ນ “ໝາກຜົນຂອງບັ້ນຮົບກໍ່ກຳລັງດັນຢ່າງສຸດຂີດ”. ບົດຂຽນຊີ້ແຈ້ງວ່າ, ບັນດາຄຳກ່າວປາໄສຄືແນວນັ້ນ “ອາດຈະຕ່າວປີ້ນສະພາບການຢູ່ແຫຼມເກົາຫຼີ”.

      ໃນຂະນະນັ້ນ, ວັນທີ 09 ພຶດສະພາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ຈະປະກາດເວລາ ແລະ ສະຖານທີ່ດຳເນີນການພົບປະຂັ້ນສຸດຍອດກັບການນຳສປປ.ເກົາຫຼີ ໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ