ຈີນມີແຜນນະໂຍບາຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັບອາເມລິກາ
(ພາບປະກອບ)
(vovworld) – ວັນທີ 16/09, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງຢີ ໃຫ້ຮູ້ວ່າ, ການຢ້ຽມຢາມອາເມລິກາ ໃນໄລຍະຈະມາເຖິງຂອງທ່ານປະທານປະເທດ ສືຈິຜິງ ຈະປັບປຸງທັດສະນະທີ່ວ່າ ສັນຕິພາບຈະນຳມາເຊິງຜົນປະໂຫຍດໃຫ້ທັງ 2 ປະເທດ, ໃນຂະນະທີ່ການປະທະກັນຈະກໍຄວາມເສຍຫາຍໃຫ້ທັງ 2 ຝ່າຍ. ກ່າວຄຳເຫັນທີ່ເວທີປາໄສ, ໂດຍກະຊວງການຕ່າງປະເທດຈີນ ຈັດຕັ້ງ, ທ່ານຫວາງຢີ ຊີ້ແຈ້ງວ່າ, ການຢ້ຽມຢາມອາເມລິກາ ຂອງທ່ານປະທານປະເທດ ສືຈິນຜິງ, ຄາດວ່າດຳເນີນໄປໃນລະຫວ່າງວັນທີ 22 – 25/09 ຈະມາເຖິງ, ຈະສຸມໃສ່ເຂົ້າໃນບັນຫາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດ, ພ້ອມທັງຊອກຫາວິທີແກ້ໄຂບັນດາຄວາມວິຕົກກັງວົນຂອງວົງການເຈົ້າໜ້າທີ່ອາເມລິກາ ທີ່ວ່າ, 2 ຝ່າຍພວມມີຄວາມບໍ່ລົງລອຍກັນໃນເລື່ອງແກ້ໄຂບັນດາບັນຫາຄືການພົວພັນກັບສາກົນ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານຫວາງຢີ ກໍໃຫ້ຮູ້ວ່າ, 2 ຝ່າຍຈະປະກາດບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນພົນລະເມືອງ, ຂໍ້ຕົກລົງຮ່ວມມືດ້ານການຄ້າ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ…