ຈີນຢຸດຕິການຄ້າຂາຍນົກເພື່ອຄວບຄຸມໂລກໄຂ້ຫວັດ A/H7N9

ຈີນຢຸດຕິການຄ້າຂາຍນົກເພື່ອຄວບຄຸມໂລກໄຂ້ຫວັດ A/H7N9 - ảnh 1
ພາບປະກອບ:internet


(vovworld) - ວັນ​ທີ 18/4, ລັດຖະບານ​ຈີນ ຕົກລົງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ນົກ​ທຸກ​ປະ​ເພດ​ເພື່ອ​ສະກັດ​ກັ້ນ​​ການ​ແຜ່​ລາມ​ຂອງໄວຣັດ​ໄຂ້ຫວັດ​ສັກ​ປີກ H7N9. ກົມ​ປ່າ​ໄມ້​ຈີນ ສະ​ເຫ​ນີວົງ​ການ​ເຈົ້າ​ຫນ້າ​ທີ່​ບັນດາ​ທ້ອງ​ຖິ່ນ ຕ້ອງ​ຍູ້​ແຮງ​ການ​ກວດກາ​ໂລກລະບາດ, ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ນົກ. ​ໃນ​ວັນ​ດຽວ​ກັນ, ຈີນ ຮັບ​ຮູ້​ມີ​ຕື່ມ​ອີກ 4 ຄົນ​ຖືກ​ຕິດ​ໄວ​ຣັດ​ໄຂ້ຫວັດ​ສັດ​ປີກ H7N9 ຍົກ​​ຈຳນວນ​ຜູ້​ຕິດ​ໂລກລະບາດ​ດັ່ງກ່າວ​ຂຶ້ນ​ເຖິງ 87 ຄົນ, ​ໃນ​ນັ້ນ ມີ 17 ຄົນ​ຖືກ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ