ຈີນ,ລາວເພີ່ມທະວີການພົວພັນ2ຝ່າຍ
ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພົບປະເຈລະຈາກັບ
ທ່ານປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ
(ພາບ: Xinhua)
(vovworld) - ວັນທີ 03/05, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ພົບປະເຈລະຈາກັບທ່ານປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ຊຶ່ງພວມມີການຢ້ຽມຢາມ ຈີນ ຢ່າງເປັນທາງການ. ຕາມທ່ານ ສີຈິ້ນຜິງ ແລ້ວ, ການຢ້ຽມຢາມດັ່ງກ່າວ ໄດ້ໃຫ້ເຫັນວ່າ ຝ່າຍ ລາວ ຖືເປັນສຳຄັນທີ່ສຸດການພົວພັນ ລາວ - ຈີນ. ທ່ານ ສີຈິ້ນຜິງ ຮຽກຮ້ອງ 2 ຝ່າຍກຳແໜ້ນກາລະໂອກາດ ເພື່ອເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ 2 ຝ່າຍ, ຊຸກຍູ້ການພົບປະແລກປ່ຽນຂັ້ນສູງ, ຮັກສາຄວາມໄວ້ເນື້ອເຊື່ອໃຈ 2 ຝ່າຍກ່ຽວກັບດ້ານການເມືອງຂັ້ນສູງ, ເພີ່ມທະວີການແລກປ່ຽນລະຫວ່າງ 2 ພັກ. ທ່ານປະທານປະເທດ ຈີນ ກໍ່ຫວັງວ່າ 2 ປະເທດຈະສົມທົບກັນໃນບັນດາບັນຫາສາກົນກ່ວາອີກ, ໃນນັ້ນ ມີການຮ່ວມມືລະຫວ່າງ ຈີນ ແລະ ອາຊຽນ. ສ່ວນທ່ານປະທານປະເທດ ລາວ ບຸນຍັງ ວໍລະຈິດ ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຈະຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢູ່ໃນລະດັບສູງ ແລະ ຄະນະການນຳໃໝ່ຂອງ ລາວ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ພັກ ແລະ 2 ລັດ. ການນຳ 2 ທ່ານກໍ່ເປັນສັກຂີພິຍານພິທີລົງຂໍ້ຕົກລົງການຮ່ວມມືຫລາຍສະບັບ.