ຈີນສະເໜີວິທີສຳພັດໃໝ່ຊຸກຍູ້ການສ້າງແຫຼມເກົາຫຼີປອດນິວເຄຼຍ

ຈີນສະເໜີວິທີສຳພັດໃໝ່ຊຸກຍູ້ການສ້າງແຫຼມເກົາຫຼີປອດນິວເຄຼຍ - ảnh 1
(ພາບ​ປະ​ກອບ: 38 North/TTXVN)

(vovworld) - ​ຈີນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​​ປອດນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ ຈົ່ງ​ລະ​ງັບ​ໃຈ ແລະ ບໍ່​ເຮັດ​ບໍ່​ວ່າສິ່ງ​ໃດ​ທີ່​ພາ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ​ໃນ​ພາກ​ພື້ນ. ພ້ອມ​​ທັງສະ​ເໜີ​ວິ​ທີ​ສຳ​ພັດ​ໃໝ່​ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ນ​ີ້. ວັນ​ທີ 10/04, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຄ​ວາ​ຈ​ວນ​ຢິງ ໃຫ້​ຮູ້​ວ່າ, ຈີນ ສະ​ເໜີ​ວິ​ທີ​ສຳ​ພັດ “2 ສົ້ນ” ເພື່ອ​ແນ​ໃສ່​ຍູ້​ແຮງ​ການປັດ​​ເຂ່ຍ​ອາ​ອຸດ​ນິວ​ເຄຼຍ ໃນ​ແຫຼມ​ເກົາ​ຫຼີ ແລະ ສ້າງ​ຕັ້ງ​ກົນ​ໄກ​ສັນ​ຕິ​ພາບ​ພ້ອມ​ກັນ. ຕາມນັ້ນ​ແລ້ວ, ກ່ອນ​ອື່ນ​ໝົດ, ສ​ປ​ປ.ເກົາ​ຫຼີ ອາດ​​ຈະຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັ​ບ​ລູກ​ສອນ​ໄຟ ແລະ ນິ​ວ​ເຄຼຍ ເພື່ອ​ແລກ​ເອ​ົ​າ​ເລື່ອງ​ອາ​ເມ​ລິ​ກາ ແລະ ສ.ເກົາ​ຫຼີ ຢຸດ​ຕິ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​​ທີ່​ມີ​ຂອບຂະ​ໜາ​ດ​ໃຫຍ່. ຈີນ​ ຫວັງ​ວ່າ, ບັນ​ດາ​ຝ່າຍ​ຈະ​ພິ​ຈ​າ​ລະ​ນາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຢ່າງ​ເຂັ້ມ​ງວດ.

ຕອບກັບ

ຂ່າວ/ບົດ​ອື່ນ