ຈີນສະໜັບສະໜູນວິທີສໍາຜັດລວມມີ 5 ຂໍ້ໃນບັນຫານິວເຄຼຍຂອງອີຣານ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ໄດ້ຍົກອອກຂໍ້ສະເໜີແນະ ເຊິ່ງລວມມີ 5 ຂໍ້ ທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາຂັ້ນລັດຖະມົນຕີຄັ້ງທໍາອິດ ລະຫວ່າງອີຣານ ກັບ 5 ປະເທດຍັງເຫຼືອ ທີ່ເຂົ້າຮ່ວມຂໍ້ຕົກລົງອີຣານ ຄື ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ ແລະ ຈີນ ຢູ່ນະຄອນຫຼວງວຽນນາ, ປະເທດໂອຕາລິດ ນັບແຕ່ເມື່ອ ອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງອີຣານ ທີ່ມີຊື່ວ່າ JCPOA.

ຈີນສະໜັບສະໜູນວິທີສໍາຜັດລວມມີ 5 ຂໍ້ໃນບັນຫານິວເຄຼຍຂອງອີຣານ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ທີ່ກອງປະຊຸມ ຢູ່ວຽນນາ ໃນວັນທີິ 6/7

(ພາບ: AFP/TTXVN)

ຈີນສະໜັບສະໜູນວິທີສໍາຜັດລວມມີ 5 ຂໍ້ ໃນບັນຫານິວເຄຼຍຂອງອີຣານ ເຊິ່ງລະອຽດຄື ປະຕິບັດບັນດາຂໍ້ກໍານົດສາກົນ; ປະຕິບັດແຜນການດໍາເນີນງານຮ່ວມຮອບດ້ານ ( JCPOA) ຢ່າງເຂັ້ມງວດ; ຮັກສາສະຖຽນລະພາບຢູ່ຕາເວັນອອກກາງ; ຍົກເລີກບັນດາມາດຕະການລົງໂທດແບບລໍາພັງຝ່າຍດຽວ; ເອົາໃຈໃສ່ເປັນພິເສດເຖິງການສົນທະນາ ແລະການປຶກສາ. ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ໄດ້ຍົກອອກຂໍ້ສະເໜີແນະ ເຊິ່ງລວມມີ 5 ຂໍ້ ທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາຂັ້ນລັດຖະມົນຕີຄັ້ງທໍາອິດ ລະຫວ່າງອີຣານ ກັບ 5 ປະເທດຍັງເຫຼືອ ທີ່ເຂົ້າຮ່ວມຂໍ້ຕົກລົງອີຣານ ຄື ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ ແລະ ຈີນ ຢູ່ນະຄອນຫຼວງວຽນນາ, ປະເທດໂອຕາລິດ ນັບແຕ່ເມື່ອ ອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງອີຣານ ທີ່ມີຊື່ວ່າ JCPOA.

        ຕາມທ່ານ ຫວາງອີ ແລ້ວ, ບັນດາຝ່າຍເຂົ້າຮ່ວມກອງປະຊຸມນີ້ ໄດ້ໃຫ້ຄໍາໝັ້້ນສັນຍາວ່າ ຈະສືບຕໍ່ເຄົາລົບ ແລະ ປະຕິບັດຕາມ ຂໍ້ຕົກລົງ JCPOA ທີ່ໄດ້ລົງນາມລະຫວ່າງເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກໍາມະການປະຈໍາ ສະພາຄວາມໝັ້ນຄົງ ສປຊ; ຝລັ່ງ, ລັດເຊຍ, ອັງກິດ, ອາເມລິກາ,ຈີນ ແລະ ເຢຍລະມັນ).

ຕອບກັບ

ຂ່າວ/ບົດ​ອື່ນ