ຈີນສະໜັບສະໜູນເລື່ອງຍົກອອກມະຕິໃໝ່ຂອງສະພາຄວາມໝັ້ນຄົງສປຊຕໍ່ສປປເກົາຫຼີ
ທູດພິເສດຈີນ ທ່ານ ອູ໋ຕ້າເຫວີຍ
(ພາບ: foxnews.com.)
(vovworld) - ຈີນສະແດງຄວາມເຫັນດີເປັນເອກະພາບກັບສ.ເກົາຫຼີ ກ່ຽວກັບຄວາມສຳຄັນໃນການປະຕິບັດບັນດາຄຳສັ່ງລົງໂທດໃໝ່ຂອງສະຫະ (ສປຊ) ທີ່ສະເໜີຕໍ່ ສປປ ເກົາຫຼີ ຢ່າງຄົບຖ້ວນ, ພາຍຫຼັງທີ່ປະເທດນີ້ດຳເນີນການທົດລອງນິວເຄຼຍເມື່ອເດືອນກ່ອນ ແລະ ຍິງລູກສອນໄຟນຳດາວທຽມຫວ່າງແລ້ວນີ້. ວັນທີ 28/2, ກ່າວຄວາມເຫັນຕໍ່ວົງການສື່ມວນຊົນ ພາຍຫຼັງການພົບປະກັບທູດພິເສດຈີນ ທ່ານ ອູ໋ຕ້າເຫວີຍ , ຢູ່ນະຄອນຫຼວງ ເຊີອູນ, ທູດພິເສດຂອງ ສເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມສະຫງົບປອດໄພໃນແຫຼມ ເກົາຫຼີ ທ່ານ Hwang Joon-kook, ໃຫ້ຮູ້ວ່າ ຈີນໄດ້ເຫັນດີເປັນເອກະພາບກັບຝ່າຍ ສເກົາຫຼີ ວ່າ, ສປປເກົາຫຼີ ບໍ່ມີການເລືອກເຟັ້ນໃດໆອີກ, ນອກຈາກເລື່ອງຕ້ອງປ່ຽນແປງ. ສ່ວນທ່ານ ອູ໋ຕ້າເຫວີຍ ໃຫ້ຮູ້ວ່າ, ຈີນເຫັນດີສະໜັບສະໜູນເລື່ອງຍົກອອກມະຕິໃໝ່ຂອງສະພາຄວາມໝັ້ນຄົງ ສປຊ ສຳລັບ ສປປເກົາຫຼີ, ພ້ອມທັງຢືນຢັນວ່າ, ຝ່າຍຕ່າງໆຄວນຮ່ວມມືກັນເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີ.