ຈີນ,ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ
ເຮໂຣອິນ
(ພາບປະກອບ)
(vovworld) – ວັນທີ 10/3, ຈີນ ແລະ ຫວຽດນາມ ໄດ້ສົມທົບກັນຈູດເຜົາຢາເສບຕິດ 1.000 kg ຢູ່ເຂດປົກຄອງດ້ວຍຕົນເອງ ຈວາງ, ໃນແຂວງ ກວາງຊີ, ທາງພາກໃຕ້ປະເທດ ຈີນ. ນີ້ແມ່ນສ່ວນໜຶ່ງໃນບັ້ນຮົບປ້ອງກັນ, ຕ້ານຢາເສບຕິດລວມລະຫວ່າງ 2 ປະເທດ. ເລື່ອງຈູດເຜົາຈຳນວນຢາເສບຕິດດັ່ງກ່າວ, ເປັນຕົ້ນແມ່ນ ເຮໂຣອິນ, ໄດ້ດຳເນີນຢູ່ເມືອງ ນິນໝິນ, ຕິດກັບຊາຍແດນ ຫວຽດນາມ, ພາຍໃຕ້ການເປັນສັກຂີພິຍານຂອງບັນດາອົງການຕຳຫຼວດ ແລະ ຜູ້ຕາງໜ້າບັນດາອົງການຊາວໜຸ່ມ 2 ປະເທດ. ຜູ້ນຳໜ້າອົງການປ້ອງກັນຄວາມສະຫງົບທ້ອງຖີ່ນ, ທ່ານ ກາວສວຽນ ໄດ້ຕີລາຄາວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດຊາຍແດນ ຈີນ - ຫວຽດນາມ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ບັ້ນຮົບນີ້ໄດ້ຮັບການປະຕິບັດເພື່ອແນໃສ່ປະກອບສ່ວນຍົກສູງສະຕິຂອງປະຊາຊົນ, ພິເສດແມ່ນໄວໜຸ່ມ ກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງຂອງຢາເສບຕິດ.