ຈີນອັດກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12
ຜູ້ແທນປະມານ 2.900 ຄົນເຂົ້າຮ່ວມກອງປະຊຸມຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12
|
(vovworld) - ຕອນເຊົ້າວັນທີ 15/3, ທີ່ຫໍປະຊຸມໃຫຍ່ປະຊາຊົນຢູ່ນະຄອນຫຼວງ ປັກກິ່ງ, ກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12 ໄດ້ອັດລົງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຈາງເຕີແຈງ, ຫົວໜ້າກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ເຂົ້າຮ່ວມພິທີອັດມີທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ, ທ່ານປະທານສະພາປຶກສາການເມືອງ ແຫ່ງຊາດຈີນ ອີເຈີ້ງເສິ່ງ ແລະ ການນຳຂັ້ນສູງຂອງພັກກອມມູນິດຈີນ ແລະ ລັດຖະບານ, ພ້ອມກັບສະມາຊິກສະພາຜູ້ແທນປະຊາຊົນແຫ່ງຊາດປະມານ 2.900 ຄົນ. ທີ່ພິທີອັດກອງປະຊຸມບັນດາຜູ້ແທນໄດ້ລົງມະຕິຮັບຮອງເອົາບັນດາມະຕິສຳຄັນເຊິ່ງລວມມີ: ບົດລາຍງານວຽກງານຂອງລັດຖະບານ, ມະຕິກ່ຽວກັບສະພາບການພັດທະນາ ແລະ ເສດຖະກິດ - ສັງຄົມແຫ່ງຊາດປີ 2016 ແລະ ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດປີ 2017…