ຈີນ-ອິນເດຍພິຈາລະນາຄວາມຈຳເປັນຕ້ອງສ້າງໂທລະສັບສາຍດ່ວນການທະຫານ

ຈີນ-ອິນເດຍພິຈາລະນາຄວາມຈຳເປັນຕ້ອງສ້າງໂທລະສັບສາຍດ່ວນການທະຫານ - ảnh 1
ທະຫານ ຈີນ - ແລະ ອິນເດຍ ຢູ່ເຂດຊາຍແດນ
(ພາບ: dantri.com.vn)

(vovworld) - ຈີນ ​ແລະ ອິນ​ເດຍ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ພິຈາລະນາ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ບັນດາ​ກອງ​ບັນຊາ​ການກຳລັງ​ປະ​ກອບອາວຸດ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 31/10, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ​ຢ໋າງອູ໋ຈວຽນ ​ໃຫ້​ຮູ້​ວ່າ: ກຳລັງປະກອບ​ອາວຸດ ຈີນ ​ແລະ ອິນ​ເດຍ ຈະ​ພ້ອມ​ກັນ​ມານະ​ພະຍາ​ຍາມ​ເພື່ອ​ແນ​​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ບັນດາ​​ເຂດ​ຊາຍ​ແດນ ຕາມ​ຂໍ້​ກຳນົດ​ຂອງ​ສັນຍາ​ຮ່ວມ​ມື​ຊາຍ​ແດນ​ທີ່​ຫາ​ກໍ່​ລົງ​ນາມ​ໃນ​ການ​ຢ້ຽມຢາມ ຈີນ ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ອິນ​ເດຍ Manmohan Singh ​ໃນ​ອາທິດ​ກ່ອນ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງ​ປະຊຸມ​ເປັນ​ປະຈຳ, ສືບ​ຕໍ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຢູ່​ເຂດ ​ຂີດ​ເສັ້ນ​ຄວບ​ຄຸມ (LoC). ​ໂຄ​ສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ​ໃຫ້​ຮູ້​ວ່າ: ສັນຍາ​ໄດ້​ສະຫລຸບ​ບັນດາ​ບົດຮຽນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ, ​ເນັ້ນ​ໜັກ​ວ່າ: ກອງທັບ ຈີນ ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ ອິນ​ເດຍ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ