ຈີນ-ອີຣານໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຈີນ-ອີຣານໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ​ອີ​ຣານ, ວັນ​ທີ 23/01, ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ​່ງ​ຊາດ​ອີ​ຣານ Ali Larijani, ໃນ​ນັ້ນ 2 ຝ່າຍ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈ​ະເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນຫຼາຍ​ຂົງ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ຢືນ​ຢັນ​ວ່າ, ຈີນ ສະ​ໜັບ​ສະ​ໜູນ​ບົດ​ບາດກໍ່​ສ້າງ​ຂອງ​ອີ​ຣານ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ​ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ເຕ​ເຣ​ຣານ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາ​ກ​ພື້ນ​ຢ່າງ​ຍາວ​ນານ. ຕາມ​ທ່ານປະ​ທານ ສີ​ຈິ້ນ​ຜິງ ແລ້ວ, ເລື່ອງ​ແກ້​ໄຂ​​ບັນ​ຫາ​ນິວ​ເຄຼຍຂອງ​ອີ​ຣານ ຢ່າງ​ສົມ​ເຫດ​ສົມ​ຜົນ ຈະ​ຊ່ວຍ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້​ນ​ຕາ​ເວັ​ນ​ອອກ​ກາງ, ຕອບ​ສະ​ໜອງ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ຂອງ​ພາກ​ພື້ນ ແລະ ຢູ່ໃນ​ໂລກ.

ຂ່າວ/ບົດ​ອື່ນ