ຈີນ-ອາເມລິກາສ້າງແຜນການຊ້ອມຮົບຮ່ວມ

ຈີນ-ອາເມລິກາສ້າງແຜນການຊ້ອມຮົບຮ່ວມ - ảnh 1
ກຳ​ປັ່ນ​ຊ້ອມ​ຮົບ​ຂອງ​ຈີນ
(ພາບ​ປະ​ກອບ​ຈາກ news.cn)

(vovworld) -​ ວັນ​ທີ 27/10, ກະ​ຊວງ​ພາຍ​ໃນ Tunisia ໄດ້​ປະ​ກາດ​ວ່າ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດນີ້ ໄດ້​ທຳ​ລາຍ​ໜຶ່ງ​ໃນ​ບັນ​ດາ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ອັນ​ຕະ​ລາຍ​ທີ່​ສຸດ ເຊິ່ງ​ສະ​ມາ​ຊິກ​ທັງ​ໝົດ​ແມ່ນ​ແມ່​ຍິງ​ເຄື່ອນ​ໄຫວ​ຢູ່  Tunisia ແຕ່ 2 ປີ​ມານີ້. ກະ​ຊວງ​ພາຍ​ໃນ Tunisia ໃຫ້​ຮູ້​ວ່າ: ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ຂ່າວ​ລັບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ສົງ​ໄສ​ຂອງ​ແມ່​ຍິງ​ມີ​ອາ​ຍຸ 30 ປີ, ເຊິ່ງ​ເປັນ​ເອື້ອຍ​ຂອງ​ພາກ​ສ່ວນກໍ່​ການ​ຮ້າຍ​ອັນ​ຕະ​ລາຍ​ທີ່​ພວມ​ລົບ​ລີ້​ຢູ່​ເຂດ​ພູ Kasserine, ທາງ​ພາກ​ໃຕ້​ປະ​ເທດນີ້ ແລະ ​ຕິດ​ກັບ​ຊາຍ​ແດນ Algeria. ຫຼັງ​ຈາກນັ້ນ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບໄດ້​ຈັບ​ຕົວ​ແມ່​ຍິງ​​ດັ່ງ​ກ່າວ​ຢູ່​ເຮືອນ​ສ່ວນ​ຕົວ. ເປົ້າ​ໝາຍນີ້​ໄດ້ຍອມ​ຮັບສາ​ລະ​ພາບ​​ວ່າ​ຕົນ​ເອງ​ໄດ້​ສາ​ບານ​ຕົວ​ຈະຈົ່ງ​ຮັກ​ພັກ​ດີ​ຕໍ່​ເຄືອ​ຂ່າຍກໍ່​ການ​ຮ້າຍ​ມີ​ແຕ່​ແມ່​ຍິງ​ພວມ​ເຄື່ອນ​ໄຫວ​ຢູ່ Tunisia ແລະ ມີ​​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ຜ່ານ​ບັນ​ດາ​ການ​ສອນ​ປາກ​ຄຳ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ທຳ​ລາຍ​ເຄືອ​ຂ່າຍກໍ່​ການ​ຮ້າຍນີ້ ແລະ ທ​ຳ​ລາຍ​ແຜນ​ການກໍ່​ການ​ຮ້າຍ​ໃຫຍ່​ສຸດ​ຢູ່ Tunisia.

ຂ່າວ/ບົດ​ອື່ນ