ຈີນຮຽກຮ້ອງຝ່າຍຕ່າງໆເຄົາລົບປະຕິບັດການປອດນີວເຄຼຍໃນແກຼມເກົ່າຫຼີ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງຢີ
(ພາບປະກອບ)
(vovworld) – ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາ 6 ຝ່າຍ ກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ ຕ້ອງເຄົາລົບເນື້ອໃນຈິດໃຈຖະແຫຼງການຮ່ວມ 19/09 ທີ່ບັນລຸໄດ້ກ່ອນນີ້ 10 ປີ, ເພື່ອແນໃສ່ປະຕິບັດການປອດນິວເຄຼຍ ໃນແກຼມເກົ່າຫຼີ. ຄຳຖະແຫຼງດັ່ງກ່າວໂດຍທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງຢີ ຍົກອອກມາ ໃນວັນທີ 19/09, ທີ່ພິທີສະເຫຼີມສະຫຼອງ 10 ແຫ່ງວັນປະກາດຖະແຫຼງການຮ່ວມ. ກ່າວຄຳເຫັນຕໍ່ໜ້ານັກຮຽນຮູ້ ແລະ ເຈົ້າໜ້າທີ່ມາຈາກຈີນ, ລັດເຊຍ, ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ 100 ທ່ານ, ທ່ານ ຫວາງຢີ ເນັ້ນໜັກວ່າ, ມາຮອດປະຈຸບັນ, ຖະແຫຼງການຮ່ວມດັ່ງກ່າວຍັງມີຜົນສັກສິດຢູ່ ແລະ ຖະແຫຼງການຮ່ວມດັ່ງກ່າວຍັງຊີ້ໃຫ້ເຫັນຄວາມສຳຄັນ ແລະ ຄວາມເໝາະສົມຂອງມັນ. ທ່ານຊີ້ແຈ້ງວ່າ: “ຖະແຫຼງການຮ່ວມແມ່ນວິທີດີທີ່ສຸດເພື່ອແກ້ໄຂບັນຫານິວເຄຼຍໃນແກຼມເກົ່າຫຼີ ທັງແມ່ນເສັ້ນທາງທີ່ຖືກຕ້ອງ ນຳມາເຊິ່ງສັນຕິພາບ, ສະຖຽນລະພາບໃນແກຼມເກົ່າຫຼີີ”. ທ່ານຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການເຈລະຈາ ຢືນຢັນເນື້ອໃນ, ຫຼັກການຂອງຖະແຫຼງການຮ່ວມ ກໍຄືຢືນຢັນເລື່ອງປອດນິວເຄຼີຍໃນແກຼມເກົ່າຫຼີ ຄືນໃໝ່ ເພື່ອແນໃສ່ຮັກສາສະພາບສະຖຽນລະພາບ ແລະ ສັນຕິພາບລວມ. ຕາມທ່ານ ຫວາງຢີ ແລ້ວ, ບັນດາຝ່າຍຕ້ອງສ້າງເງື່ອນໄຂເພື່ອຟື້ນຟູຖະແຫຼງການຮ່ວມ ກໍຄືເລີ່ມດຳເນີນການເຈລະຈາ 6 ຝ່າຍຄືນໃໝ່.