ຈີນແລະຍີ່ປຸ່ນຮຽກຮ້ອງສາກົນພ້ອມກັນເອົາໃຈໃສ່ແກ້ໄຂໂຄງການນິວເຄຼຍຂອງສປປ.ເກົາຫຼີ

ຈີນແລະຍີ່ປຸ່ນຮຽກຮ້ອງສາກົນພ້ອມກັນເອົາໃຈໃສ່ແກ້ໄຂໂຄງການນິວເຄຼຍຂອງສປປ.ເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe
(ພາບ: EPA/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/09, ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 71, ​ບັນ​ດາການ​ນຳ​ຈີນ ແລະ ຍີ​່​ປຸ່ນ ​ໄດ້ມີ​ບົດ​ກ່າວ​ປາ​ໄສ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກົາ​ຫຼີ. ໃນ​ຂະ​ນະ​ທີ່, ຈີນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຜ່ານ​ການ​ເຈ​ລະ​ຈາ ແລະ ຄູ່​ເຈ​ລະ​ຈາ​ໂດຍ​ກົງ, ຍີ່​ປຸ່ນ ພັດ​ຖື​ວ່າ, ປະ​ຊາ​ຄົມ​ສາ​ກົນ​​ຄວນ​ມີ “ປະ​ຕິ​ກິ​ລິ​ຍາ​ທີ່​ແຕກ​ຕ່າງກັນ” ກ່ອນນີ້​ ຍ້ອນ “​ທິດ​ທາງໃໝ່” ໃນ​ໂຄງ​ການ​ນິວ​ເຄຼຍ​ຂອງ​ສປ​ປ.ເກົາ​ຫຼີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ຢືນ​ຢັນ​ວ່າ, ໄພ​ນາບ​ຂູ່​ຈາກ​ສ​ປ​ປ.ເກົາ​ຫຼີ ພາຍ​ຫຼັງ​​ບັນ​ດາການ​ທົດ​ລອງ​ລູກ​ສອນ​ໄພ ແລະ ນິ​ວ​ເຄຼຍ​ປີນີ້​ແມ່ນ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ທາດ​ແທ​້​ເມື່ອ​ທຽບ​ໃສ່​ກ່ອນນີ້, ສະ​ນັ້ນ​ຮຽ​ກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ເດັດ​ດຽວ. ກ່ອນ​ໜ້ານັ້ນ, ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຈີນ ລິ໋​ເຄີ​ຊຽງ ໄດ້​ຢືນ​ຢັນ​ຄືນ​ໃໝ່ວ່າ ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ໂລກ​ຄື​ຢູ່​ຊີ​ຣີ ຫຼື ສ​ປ​ປ.ເກົາ​ຫຼີ ດ້ວຍ​ມາດ​ຕະ​ການ​ດ້ານ​ການ​ເມືອງ ແລະ ດຳ​ເນີນ​ການ​ເຈ​ລະ​ຈາ. ຕາມ​ບັນ​ດາ​ນັກ​ການ​ທູດ​ສ​ະ​ຫະ​ປະ​ຊາ​ຊາດ​ແລ້ວ, ຈ​ີນ ແລະ ອາ​ເມ​ລິ​ກາ ໄດ້​ເລີ່ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ຍົກ​ອອກ​ມະ​ຕິ​​ລົງ​ໂທດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ສຳ​ລັບ ສ​ປ​ປ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ