ເຫດລະເບີດຢູ່ ທຽນສິນ
ພາບ:Reuters
|
(vovworld)-ໄລ່ຮອດຕອນເຊົ້າວັນທີ 16/8, ພົບເຫັນຊາກສົບຂອງ 112 ຄົນພາຍຫລັງເຫດລະເບີດ 2 ຄັ້ງຢູ່ນະຄອນ ທຽນສິນ ພາກເຫນືອປະເທດຈີນໃນຄ່ຳຄືນວັນທີ 12/8. 95 ຄົນຖືກຫາຍສາບສູນ, ໃນນັ້ນ ພະນັກງານດັບເພີງ 85 ຄົນ. 722 ຄົນຖືກບາດເຈັບພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ, ໃນນັ້ນ 58 ຄົນຖືກເຈັບສາຫັດ. ວັນທີ 15/8, ອຳນາດການປົກຄອງ ຈີນ ໃຫ້ຍົກຍ້າຍປະຊາຊົນດຳລົງຊີວິດຢູ່ອ້ອມແອ້ມບໍລິເວນເກີດເຫດໄປເຖິງເຂດປອດໄພ ຍ້ອນເປັນຫ່ວງຕໍ່ຜົນສະທ້ອນຈາກສານອັນຕະລາຍ. ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ອອກຄຳສັ່ງດ້ວຍລາຍລັກອັກສອນ ຮຽກຮ້ອງອຳນາດການປົກຄອງທຸກຂັ້ນຕ້ອງຖອດຖອນບົດຮຽນຢ່າງເລິກເຊິ່ງ ພາຍຫລັງເຫດລະເບີດທີ່ກໍ່ຄວາມເສຍຫາຍອັນໃຫຍ່ຫລວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຢູ່ ທຽນສິນ.